spot_img
Homeຂ່າວຕ່າງປະເທດນັກປີນພູຂອງເນປາລຂົນຂີ້ເຫຍື້ອ 11 ໂຕນລົງຈາກພູເອເວີເຣສ

ນັກປີນພູຂອງເນປາລຂົນຂີ້ເຫຍື້ອ 11 ໂຕນລົງຈາກພູເອເວີເຣສ

Published on

ນັກປີນພູໃນປະເທດເນປາລຮ່ວມກັນນຳຮ່າງໄຮ້ວິນຍານຂອງນັກປືນພູ 4 ລາຍ ແລະ ຂີ້ເຫຍື້ອຈຳນວນໜຶ່ງຈາກທັງໝົດ 11 ໂຕນລົງມາຈາກຍອດພູເອເວີເຣສ ຊຶ່ງຖືເປັນສ່ວນໜຶ່ງໃນແຜນການຂອງລັດຖະບານເນປາລທີ່ຈະເຮັດຄວາມສະອາດຍອດພູທີ່ສູງທີ່ສຸດໃນໂລກ.

ພູເອເວີເຣສຊຶ່ງມີຄວາມສູງເຖິງ 8.850 ແມັດ ປັດຈຸບັນພົບວ່າຕາມສັນພູ ແລະ ອີກຫຼາຍແຫ່ງເຕັມໄປດ້ວຍຂີ້ເຫຍື້ອຫຼາກຫຼາຍຊະນິດ ລວມເຖິງຂວກອົກຊີແຊນທີ່ໃຊ້ແລ້ວ ເຊືອກ ຂັ້ນໄດ ກະປ໋ອງ ແລະ ຂີ້ເຫຍື້ອພລາສຕິກທີ່ເປັນຂອງບັນດານັກປີນພູ (ບາງກຸ່ມ).

ນອກເໜືອຈາກຂີ້ເຫຍື້ອແລ້ວ ນັກປີນພູຂອງເນປາລຍັງໄດ້ພົບສົບນັກປີນພູທີ່ເສຍຊີວິດອີກ 4 ລາຍ ແຕ່ຍັງບໍ່ສາມາດຮູ້ໄດ້ວ່າແມ່ນໃຜ ແລະ ເສຍຊີວິດເມື່ອໃດ? ຈາກທັງໝົດ 300 ຄົນທີ່ຕ້ອງເອົາຊີວິດມາຖິ້ມໄວ້ກັບສະຖານທີ່ແຫ່ງນີ້ ຂະນະທີ່ ທ່ານ ດັນດູ ຣາຊ ອະທິບໍດີກົມການທ່ອງທ່ຽວຂອງເນປາລໄດ້ເປີດເຜີຍວ່າ ທີມນັກປີນພູຈຳນວນ 20 ຄົນຊຶ່ງເປັນຄົນນຳທາງໃນພື້ນທີ່ ຫຼື ທີ່ຮູ້ຈັກກັນໃນນາມ “ເຊີຣປາ” ໄດ້ເຮັດຄວາມສະອາດໂດຍເກັບຂີ້ເຫຍື້ອໄປແລ້ວລວມ 11 ໂຕນເມື່ອລະຫວ່າງເດືອນເມສາຫາເດືອນພຶດສະພາທີ່ຜ່ານມາ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: REUTERS

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...