spot_img
Homeຂ່າວຕ່າງປະເທດຈີນເລັ່ງສ້າງໂຮງໄຟຟ້າພະລັງງານນ້ຳຂະໜາດໃຫຍ່

ຈີນເລັ່ງສ້າງໂຮງໄຟຟ້າພະລັງງານນ້ຳຂະໜາດໃຫຍ່

Published on

ສຳນັກຂ່າວພາຍໃນຂອງ ສປ ຈີນ ໄດ້ເຜີຍແຜ່ພາບຄວາມຄືບໜ້າໂຄງການກໍ່ສ້າງສະຖານີຜະລິດໄຟຟ້າພະລັງງານນ້ຳທີ່ມີຊື່ວ່າ “ອູຕົງເຕີ໋” ຢູ່ທາງຕາເວັນຕົກສຽງໃຕ້ລະຫວ່າງເຂດລູ່ຊຽນ ມົນທົນຢູນນານ ແລະ ຮຸ່ຍຕົງ ມົນທົນເສສວນ.

ລາຍງານຂ່າວດຽວກັນລະບຸຕື່ມວ່າ ສະຖານີຜະລິດໄຟຟ້າພະລັງງານນ້ຳແຫ່ງນີ້ເກີດຈາກເຂື່ອນກັ້ນກາງແມ່ນ້ຳຈິນຊາເບື້ອງເທິງຂອງແມ່ນ້ຳແຢງຊີກຽງ ຊຶ່ງກາຍເປັນອ່າງເກັບນ້ຳຂະໜາດໃຫຍ່ທີ່ສາມາດເກັບສຳຮອງນ້ຳໄດ້ປະມານ 7,4 ພັນລ້ານແມັດກ້ອນ.

ທັງນີ້ ສະຖານີອູຕົງເຕີ໋ຈະກາຍເປັນສະຖານີຜະລິດໄຟຟ້າພະລັງງານນ້ຳທີ່ສາມາດຜະລິດກະແສໄຟຟ້າໄດ້ປີລະ 3,89 ໝື່ນລ້ານກີໂລວັດໂມງ ຫຼັງຈາກໜ່ວຍຜະລິດໄຟຟ້າທັງໝົດ 12 ໜ່ວຍເຮັດວຽກຢ່າງສົມບູນ ແລະ ຄາດວ່າໜ່ວຍຜະລິດທຳອິດຈະສາມາດເດີນເຄື່ອງໄດ້ໃນເດືອນສິງຫາປີ 2020.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: sanook.com

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...