spot_img
Homeຂ່າວຕ່າງປະເທດນັກວິທະຍາສາດເຕືອນ “ເອເວີເຣສ” ສົ່ງສັນຍານອັນຕະລາຍ

ນັກວິທະຍາສາດເຕືອນ “ເອເວີເຣສ” ສົ່ງສັນຍານອັນຕະລາຍ

Published on

ນັກວິທະຍາສາດໄດ້ປະກາດແຈ້ງເຕືອນວ່າ ຍອດພູເອເວີເຣສຊຶ່ງເປັນຍອດພູທີ່ສູງທີ່ສຸດໃນໂລກ ລວມເຖິງຍອດພູສູງທີ່ຕັ້ງຢູ່ອ້ອມ ຮອບກຳລັງຜະເຊີນໄພຄຸກຄາມຈາກພາວະມົນລະພິດ ແລະ ສະພາບອາກາດທີ່ອຸ່ນຂຶ້ນ ຊຶ່ງສົ່ງຜົນໃຫ້ຫີມະ ແລະ ສາຍທານນ້ຳກ້ອນທີ່ປົກຄຸມອ້ອມຮອບລະລາຍໄວກວ່າເວລາອັນຄວນ ແລະ ຖືເປັນສັນຍານເຕືອນອັນຕະລາຍທີ່ເພີ່ມຂຶ້ນຕໍ່ບັນດານັກປືນພູໃນອະນາ ຄົດ.

ທັງນີ້ ທີມນັກວິໄຈຈາກມະຫາວິທະຍາໄລເວສເທິນວໍຊີງຕັນຂອງອາເມຣິກາໄດ້ກ່າວວ່າ ພາຍຫຼັງທີ່ທີມງານ ແລະ ນັກວິທະຍາສາດໄດ້ຂຶ້ນໄປສຳຫຼວດພື້ນທີ່ເທິງຍອດພູເອເວີເຣສເປັນເວລາຫຼາຍອາທິດ ຈຶ່ງພົບວ່າມົນລະພິດຈຳນວນຫຼາຍຝັງເລິກຢູ່ໃນຫີມະ ຊຶ່ງຫຼັງຈາກທີ່ໄດ້ເກັບຕົວຢ່າງຫີມະແລ້ວນຳມາຜ່ານຂະບວນການວິໄຈກໍພົບວ່າ ຫີມະມີສີດຳທີ່ຜິດປົກກະຕິ ແລະ ພົບວ່າຫີມະເກັບກັກມົນລະພິດໄວ້ຈວນຫຼາຍ.

ນອກຈາກນີ້ ສະພາບອຸນຫະພູມທີ່ສູງຂຶ້ນກໍກຳລັງເຮັດໃຫ້ສາຍທານນ້ຳກ້ອນ ແລະ ຫີມະທີ່ປົກຄຸມພື້ນທີ່ອ້ອມຮອບຍອດພູເອເວີເຣສລະລາຍຢ່າງໄວວາ ຊຶ່ງຖືເປັນສັນຍານທີ່ບໍ່ຄ່ອຍດີ ເນື່ອງຈາກພາວະໂລກຮ້ອນກຳລັງສົ່ງຜົນໃຫ້ນັກປືນພູຕົກຢູ່ໃນຄວາມສ່ຽງ ແລະ ອັນຕະລາຍເພີ່ມຂຶ້ນ.

ຂະນະທີ່ທີມນັກວິໄຈກຸ່ມນີ້ມີແຜນທີ່ຈະປືນຂຶ້ນໄປໃຫ້ເຖິງຍອດພູເອເວີເຣສ ແລະ ຍອດພູໂລຕເຊ ຊຶ່ງຕັ້ງຢູ່ຕິດກັນເພື່ອຈະເກັບຕົວຢ່າງຫີມະເທິງຍອດພູ ລວມເຖິງພືດພັນໄມ້ຢູ່ບໍລິເວນດັ່ງກ່າວເພື່ອມາສຶກສາ ແລະ ເຜີຍແຜ່ລາຍງານທີ່ຄົ້ນພົບຕໍ່ໄປ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...