spot_img
Homeຂ່າວຕ່າງປະເທດຈ່າຍເງິນກ້ອນໃຫຍ່ຫວັງໄດ້ບ່ອນຈອດລົດທີ່ສະດວກສະບາຍ

ຈ່າຍເງິນກ້ອນໃຫຍ່ຫວັງໄດ້ບ່ອນຈອດລົດທີ່ສະດວກສະບາຍ

Published on

ເປັນເລື່ອງລາວຂອງແມ່ຍິງຊາວຈີນທີ່ຍອມເສຍເງິນເຖິງ 200.000 ຢວນສຳລັບຊື້ບ່ອນຈອດລົດທີ່ສະດວກສະບາຍໂດຍທີ່ບໍ່ເຄີຍໄປເບິ່ງສະຖານທີ່ຕົວຈິງເລີຍ ແລະ ເມື່ອນາງໄດ້ຍ້າຍເຂົ້າໄປຢູ່ທີ່ພັກໃໝ່ (ຄອນໂດ) ຊຶ່ງຕັ້ງຢູ່ໜານໜິງ ຊຶ່ງເປັນເມືອງເອກຂອງພູມີພາກເຂດປົກຄອງຕົນເອງກວ່າງສີຈ້ວງ ທາງຕອນໃຕ້ຂອງ ສປ ຈີນ ກໍພົບວ່າເນື້ອທີ່ຊຶ່ງນາງໄດ້ຊື້ໄວ້ສຳລັບຈອດລົດນັ້ນຄັບ ແຄບເກີນໄປພຽງພໍແຕ່ຈອດລົດໄດ້ເທົ່ານັ້ນ ແລະ ທີ່ໂຫດຮ້າຍໄປກວ່ານັ້ນກໍຄື ນາງສາມາດຈອດລົດແຕ່ບໍ່ສາມາດເປີດປະຕູລົດໄດ້ ຂະນະທີ່ທາງອອກທາງດຽວທີ່ນາງຈະອອກຈາກລົດໄດ້ກໍຄື ນາງຕ້ອງອອກທາງຫຼັງຄາລົດ (ຫຼັງຄາແບບຊັນຣູຟ) ແທນທີ່ຈະອອກທາງປະຕູລົດ.

ທັງນີ້ ນາງຈິ່ງຮຽກຮ້ອງໃຫ້ເຈົ້າຂອງສະຖານທີ່ດັ່ງກ່າວ (ເຈົ້າຂອງຄອນໂດ) ຄືນເງິນຈຳນວນດັ່ງກ່າວໃຫ້ນາງ ແຕ່ກໍຖືກປະຕິເສດ ໂດຍທາງເຈົ້າຂອງໄດ້ອ້າງວ່າໄດ້ດຳເນີນເລື່ອງກັບກົມພາສີ-ອາກອນຮຽບຮ້ອຍແລ້ວ ພ້ອມກັບແນະນຳໃຫ້ນາງຂາຍເນື້ອທີ່ດັ່ງກ່າວໃຫ້ຄົນອື່ນ.

ຫຼ້າສຸດ ນາງກໍໄດ້ເຮັດເລື່ອງຂຶ້ນຟ້ອງສານ ເນື່ອງຈາກລະບຽບກົດໝາຍທີ່ກ່ຽວຂ້ອງໄດ້ລະບຸວ່າ ພື້ນທີ່ຈອດລົດຄວນມີພື້ນທີ່ຫວ່າງອ້ອມຮອບຢ່າງໜ້ອຍ 60 ຊັງຕີແມັດ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Youtube

ບົດຄວາມຫຼ້າສຸດ

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...