spot_img
Homeຂ່າວຕ່າງປະເທດຮົວເຫວີຍເຊັນສັນຍາກັບຣັດເຊຍ ຮ່ວມພັດທະນາເຄືອຂ່າຍ 5G

ຮົວເຫວີຍເຊັນສັນຍາກັບຣັດເຊຍ ຮ່ວມພັດທະນາເຄືອຂ່າຍ 5G

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ມິຖຸນາວ່າ ບໍລິສັດຮົວເຫວີຍໄດ້ລົງນາມຂໍ້ຕົກລົງຮ່ວມພັດທະນາເຄືອຂ່າຍ 5G ກັບບໍລິສັດຂອງຣັດເຊຍ ຂະນະທີ່ຜູ້ນຳຂອງທັງ 2 ຝ່າຍຈັດການປະຊຸມສຸດຍອດທີ່ນະຄອນຫຼວງມົສກູ.

ຮົວເຫວີຍຊຶ່ງເປັນບໍລິສັດໂທລະຄົມະນາຄົມຂະໜາດໃຫຍ່ທີ່ສຸດຂອງ ສປ ຈີນ ໄດ້ຮ່ວມເຊັນສັນຍາຂໍ້ຕົກລົງກັບບໍລິສັດ ເອັມທີເອສ (MTS) ຜູ້ໃຫ້ບໍລິການເຄືອຂ່າຍໂທລະສັບມືຖືລະດັບແຖວໜ້າຂອງຣັດເຊຍຢ່າງເປັນທາງການເມື່ອວັນທີ 5 ມິຖຸນາຜ່ານມາ ໂດຍມີຈຸດປະສົງຮ່ວມກັນພັດທະນາເຕັກໂນໂລຊີເຄືອຂ່າຍ 5G ໃນຣັດເຊຍ ຊຶ່ງຈະເລີ່ມການທົດສອບໃນປີນີ້ ແລະ ປີ 2020.

ທັງນີ້ ການລົງນາມດັ່ງກ່າວເກີດຂຶ້ນນອກຮອບການປະຊຸມສຸດຍອດລະຫວ່າງ ທ່ານ ສີ ຈິ້ນຜິງ ປະທານາທິບໍດີ ສປ ຈີນ ແລະ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີແຫ່ງ ຣັດເຊຍ ທີ່ນະຄອນຫຼວງມົສກູ ຊຶ່ງທັງສອງຝ່າຍຕົກລົງເຫັນດີວ່າຈະພັດທະນາຄວາມສຳ ພັນທາງການຄ້າແບບທະວິພາຄີ ໂດຍໃຊ້ເງິນຢວນ ແລະ ຣູເບິລ ແລະ ຈະບໍ່ໃຊ້ເງິນໂດລາຂອງອາເມຣິກາ.

ຂະນະທີ່ບໍລິສັດຮົວເຫວີຍຫາກໍ່ຖືກປະທານາທິບໍດີ ໂດນັລ ທຣັມ ແຫ່ງອາເມຣິກາສັ່ງໂຈະບໍ່ໃຫ້ຂາຍອຸປະກອນລ້ຳສະໄໝໃຫ້ກັບຮົວເຫວີຍໂດຍອ້າງວ່າເປັນໄພຕໍ່ຄວາມໝັ້ນຄົງ ແຕ່ລັດຖະບານຈີນກໍໄດ້ອອກມາຖະແຫຼງການວ່າເລື່ອງດັ່ງກ່າວບໍ່ແມ່ນຄວາມຈິງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...