spot_img
Homeຂ່າວຕ່າງປະເທດນັກປະດິດຊາວໂປແລນຜະລິດຈານກິນໄດ້ ຫວັງແກ້ໄຂສິ່ງແວດລ້ອມ

ນັກປະດິດຊາວໂປແລນຜະລິດຈານກິນໄດ້ ຫວັງແກ້ໄຂສິ່ງແວດລ້ອມ

Published on

ນັກປະດິດຊາວໂປແລນສ້າງເຕັກໂນໂລຊີຫວັງຊ່ວຍອະນຸຮັກສິ່ງແວດລ້ອມອີກທາງໜຶ່ງ ໂດຍໄດ້ຜະລິດຈານກິນກິນຊຶ່ງຜະລິດມາຈາກສ່ວນຜະສົມຂອງເຂົ້າສາລີ ຊຶ່ງເຕັມໄປດ້ວຍເສັ້ນໃຍອາຫານ ແລະ ໂພຊະນາການທີ່ອຸດົມສົມບູນ.

ຊຶ່ງໂຮງງານຜະລິດຈານກິນໄດ້ມີຊື່ວ່າ ໄບໂອເທຣມ (Biotrem) ຕັ້ງຢູ່ເມືອງຊຳບຣູຟ ທາງພາກຕາເວັນອອກສຽງເໜືອຂອງໂປແລນ ຊຶ່ງຈານກິນໄດ້ຊະນິດນີ້ຈະບໍ່ມີລົດຊາດ ແຕ່ທີ່ສຳຄັນຈານຊະນິດນີ້ສາມາດຍ່ອຍສະຫຼາຍໄດ້ຕາມທຳມະຊາດ “ໃນຂະບວນການຜະລິດຈານກິນໄດ້ແມ່ນໃຊ້ພຽງສ່ວນປະສົມຂອງແປ້ງສາລີເທົ່ານັ້ນ ຊຶ່ງໄດ້ນຳໄປອັດດ້ວຍແຮງດັນ ແລະ ອຸນຫະພູມທີ່ແນ່່ນອນ ໂດຍໃຊ້ເຄື່ອງຈັກທີ່ໄດ້ອອກແບບມາເພື່ອຜະລິດຈານຊະນິດນີ້ໂດຍສະເພາະ”.

ນອກຈາກນີ້ ເຕັກໂນໂລຊີດຽວກັນນີ້ກໍຍັງສາມາດໃຊ້ຜະລິດຈານທີ່ມີສ່ວນປະສົມທາງການກະເສດຊະນິດອື່ນໆເຊັ່ນ ເຂົ້າບາເລ ມັນດ້າງ ລວມເຖິງສາຫຼ່າຍ ແລະ ອື່ນໆ ຊຶ່ງຈະໄດ້ລົດຊາດທີ່ແຕກຕ່າງຈາກສ່ວນປະສົມທີ່ເຮັດມາຈາກແປ້ງສາລີ ທັງນີ້ ຜູ້ບໍລິໂພກບໍ່ຈຳເປັນຕ້ອງກິນຈານຊະນິດນີ້ກໍໄດ້ ເນື່ອງຈາກວ່າຈຸດປະສົງຂອງການຜະລິດຂຶ້ນມາກໍເພື່ອເປົ້າໝາຍທີ່ເປັນມິດກັບສະພາບແວດ ລ້ອມ ຊຶ່ງເມື່ອຈານຊະນິດນີ້ຢູ່ໃນສະພາບແວດລ້ອມທີ່ເອື້ອອຳນວຍ ບວກກັບຄວາມຊຸ່ມເລັກໜ້ອຍ ກໍຈະເຮັດໃຫ້ຜະລິດຕະພັນດັ່ງກ່າວຍ່ອຍສະຫຼາຍໄດ້ພາຍໃນ 1 ເດືອນ ຫຼື ຖ້າຫາກຢູ່ໃນຊ່ວງລະດູຝົນກໍອາດຈະໃຊ້ເວລາໃນການຍ່ອຍສະຫຼາຍພຽງແຕ່ 2 ອາທິດເທົ່ານັ້ນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: mgronline.com

ບົດຄວາມຫຼ້າສຸດ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເປັນທາງການ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19...

ມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ.

ຂໍຂອບໃຈຫຼາຍໆ! ພິທີມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ ມູນຄ່າ 10,2 ລ້ານຢວນ. ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າ (ອຸປະກອນການແພດ ແລະ...

img4

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...