spot_img
Homeຂ່າວຕ່າງປະເທດພົບປາວານຍາວ 9 ແມັດຕາຍຍ້ອນຖືກເຊືອກປະມົງຮັດ

ພົບປາວານຍາວ 9 ແມັດຕາຍຍ້ອນຖືກເຊືອກປະມົງຮັດ

Published on

ຖືເປັນຂ່າວທີ່ໜ້າເສົ້າອີກຂ່າວໜຶ່ງເມື່ອສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 31 ພຶດສະພາຜ່ານມາເຖິງຜົນການກະທຳຂອງມະນຸດທີ່ກະທົບເຖິງສັດໂລກ ພາຍຫຼັງທີ່ມີປະຊາຊົນໃນເຂດສະແຄຣບເຕີຣ ບໍລິເວນອ່າວທູຣໂຊ ທາງຕອນເໜືອຂອງສະກ໊ອດແລນ ພົບເຫັນຮ່າງໄຮ້ວິນຍານຂອງປາວານຫຼັງຄ້ອມຊຶ່ງມີຂະໜາດຄວາມຍາວເຖິງ 9 ແມັດຢູ່ແຄມຝັ່ງທະເລເຄທເນສ ທັງນີ້ ຈາກການກວດສອບເບື້ອງຕົ້ນພົບວ່າ ຢູ່ຕາມໂຕຂອງປາໂຊກຮ້າຍໂຕນີ້ມີເຊືອກປະມົງຮັດແໜ້ນຢູ່ກາງລຳໂຕຈິ່ງໄດ້ສັນນິຖານວ່າ ເຊືອກດັ່ງກ່າວເປັນຕົ້ນເຫດທີ່ເຮັດໃຫ້ປາວານຕາຍ.

ຂະນະທີ່ນັກເຄື່ອນໄຫວເພື່ອສິ່ງແວດລ້ອມລະບຸວ່າ ເຖິງວ່າຈະຍັງບໍ່ມີການຊັນລະສູດຮ່າງຂອງປາວານໂຕດັ່ງກ່າວ ແຕ່ວ່າສະພາບພາຍນອກກໍຊີ້ໃຫ້ເຫັນວ່າ ປາວານໂຕນີ້ຕາຍຢ່າງທຸກທໍລະມານຈາກການຖືກເຊືອກຮັດ “ຂະນະທີ່ມັນຖືກເຊືອກຮັດກໍອາດມີຊີວິດຢູ່ໄດ້ຫຼາຍມື້ ຫຼື ຫຼາຍອາກທິດກ່ອນຈະບໍ່ສາມາດເໜັງຕີງໄດ້ ແລະ ສົ່ງຜົນໃຫ້ຮ່າງກາຍອ່ອນແອລົງເລື້ອຍໆຈົນບໍ່ສາມາດລອຍນ້ຳໄດ້ ແລະ ຄ່ອຍໆສິ້ນໃຈດ້ວຍຄວາມທໍລະມານ”.

ທັງນີ້ ການຖືກຮັດ ຫຼື ພັນດ້ວຍວັດຖຸແປກປອມຄວາມຄຸມເຖິງເຄື່ອງມືການປະມົງ ເຊືອກ ຫຼື ພລາສຕິກ ຊຶ່ງເປັນໜຶ່ງໃນສາເຫດຫຼັກທີ່ເຮັດໃຫ້ສັດນ້ຳຕາຍເປັນຈຳນວນຫຼາຍ ໂດຍຄະນະກຳມະການລ່າປາວານ (IWC) ໄດ້ລະບຸຕື່ມວ່າ ໃນແຕ່ລະປີມີວານ ແລະ ປາໂລມາຫຼາຍກວ່າ 300.000 ໂຕຕາຍຍ້ອນແຫ ສາຍເບັດ ເຊືອກ ແລະ ອື່ນໆ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...