Homeຂ່າວຕ່າງປະເທດທ່ານ ທອງລຸນ ຕອບທຸກຂໍ້ສົງໄສກ່ຽວກັບໜີ້ສິນຂອງປະເທດ

ທ່ານ ທອງລຸນ ຕອບທຸກຂໍ້ສົງໄສກ່ຽວກັບໜີ້ສິນຂອງປະເທດ

Published on

ເມື່ອລະຫວ່າງທ້າຍເດືອນພຶດສະພາຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວວ່າ “ສປປ ລາວ ໄດ້ຮັບການຊຸກຍູ້ດ້ານການພັດທະນາຈາກສາກົນ ເປັນຕົ້ນແມ່ນ ສປ ຈີນ ລວມເຖິງຜູ້ໃຫ້ກູ້ຍືມຫຼາຍໆອົງການ ຊຶ່ງຄວາມໜັກແໜ້ນຈະພາໃຫ້ມີການຄຸ້ມຄອງ ແລະ ຈະສາມາດຈັດການໄດ້ທຸກບັນຫາ ” ພ້ອມນີ້ ທ່ານກໍໄດ້ເນັ້ນຕື່ມວ່າ “ຖ້າພວກເຮົາບໍ່ກູ້ຢືມ ປະເທດລາວກໍຈະບໍ່ມີການພັດທະນາໃນທາງທີ່ຄວນ ແລະ ກໍຈະບໍ່ສາມາດນໍາປະເທດຫຼຸດພົ້ນຈາກສະພາວະດ້ອຍພັດທະນາໄດ້”.

ສປປ ລາວ ມີມາດຕະການຂອງຕົນເອງໃນການຄຸ້ມຄອງໜີ້ສິນ ແລະ ຮັບປະກັນຄວາມສົມດຸນໃນຂະແໜງການໜີ້ສາທາລະນະ ຂະນະທີ່ນາໆຊາດໄດ້ຊັກຖາມເຖິງການກູ້ຢືມຕ່າງປະເທດ ເປັນຕົ້ນການລິເລີ່ມໂຄງການໜຶ່ງແລວທາງ-ໜຶ່ງເສັ້ນທາງຂອງ ສປ ຈີນ ແລະ ທ່ານກໍໄດ້ກ່າວວ່າ ມັນເປັນກົນໄກໃໝ່ທີ່ມີຄຸນຄ່າສໍາລັບການຮ່ວມມືລະຫວ່າງປະເທດລາວທີ່ມີຊາຍແດນຕິດກັບ ສປ ຈີນ ແລະ ໄດ້ສະໜັບສະໜູນການລົງທຶນດ້ານພື້ນຖານໂຄງລ່າງ ຊຶ່ງໃນປີ 2019 ນີ້ຄະນະກວດກາສະຫະປະຊາຊາດກໍໄດ້ສົ່ງທີມກວດກາຊຸດໜຶ່ງມາກວດກາຄວາມຄືບໜ້າການພັດທະນາຂອງ ສປປ ລາວ.

ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ IMF ໄດ້ຕັ້ງຂໍ້ສົງໄສກ່ຽວກັບຄວາມສາມາດໃນການບໍລິຫານໜີ້ສິນຂອງລາວ ແລະ ຖ້າຫາກວ່າ ສປປ ລາວ ສືບຕໍ່ເດີນໜ້າແຜນການກໍ່ສ້າງທາງລົດໄຟ ລາວ-ຈີນ ນອກເໜືອຈາກບັນດາໂຄງການທີ່ຕ້ອງລະມັດລະວັງອື່ນໆແລ້ວ ຊຶ່ງຄ່າໃຊ້ຈ່າຍຂອງເສັ້ນທາງລົດໄຟປະມານ 6 ຕື້ໂດລາ ຫຼື ເກືອບເທົ່າກັບເຄິ່ງໜຶ່ງຂອງຜະລິດຕະພັນພາຍໃນຂອງປະເທດ.

 

 

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: www.sokhaviek.com

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...