spot_img
Homeຂ່າວຕ່າງປະເທດນາຍົກໄທຄົນຕໍ່ໄປຈະແມ່ນໃຜ?

ນາຍົກໄທຄົນຕໍ່ໄປຈະແມ່ນໃຜ?

Published on

ກອງປະຊຸມລັດຖະສະພາເພື່ອລົງມະຕິເລືອກນາຍົກລັດຖະມົນຕີຈະມີຂຶ້ນໃນວັນທີ 5 ມິຖຸນາ 2019 ເວລາ 11:00 ໂມງ ໂດຍທ່ານ ຊວນ ຫຼີກໄພ ປະທານສະພາຜູ້ແທນລາຊະດອນ ໃນຖານະປະທານລັດຖະສະພາໄດ້ເປີດເຜີຍວ່າ ສຳນັກງານເລຂາທິການລັດຖະສະພາຈະມີໜັງສືນັດປະຊຸມສະມາຊິກລັດຖະສະພາຊຶ່ງປະກອບມີ ສ.ສ ແລະ ສ.ວ.

ຊຶ່ງກ່ອນໜ້ານີ້ (ວັນທີ 31 ພຶດສະພາ 2019) ໄດ້ພຣະຣາຊະອົງການແຕ່ງຕັ້ງປະທານສະພາຜູ້ແທນລາຊະດອນ ແລະ ຮອງປະທານສະພາຄົນທີ 1 ແລະ 2 ລວມເຖິງພຣະຣາຊະອົງການແຕ່ງຕັ້ງປະທານວຸດທິສະພາ ແລະ ຮອງປະທານຄົນທີ 1 ແລະ 2 ໂດຍມີພິທີຮັບພຣະບຣົມຣາຊຊະອົງການໃນສ່ວນຂອງສະພາຜູ້ແທນລາຊະດອນທີ່ລັດຖະສະພາແຫ່ງໃໝ່.

ສຳລັບການລົງມະຕິເລື່ອກນາຍົກລັດຖະມົນຕີຕາມລັດຖະທຳມະນູນກຳນົດໃຫ້ລົງມະຕິເປີດເຜີຍໂດຍການເອີ້ນຊື່ເທື່ອລະຄົນ ແລະ ລັດຖະທຳມະນູນກຳນົດໃຫ້ເປັນເອກະສິດທີ່ເປັນອິດສະຫຼະຂອງສະມາຊິກ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: prachachat

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...