Homeຂ່າວຕ່າງປະເທດອາເມຣິກາເລີ່ມໃຊ້ມາດຕະການເດັດຂາດ ຂໍວິຊ້າເຂົ້າປະເທດຕ້ອງແຈ້ງບັນຊີໂຊຊຽວຄືນຫຼັງ 5 ປີ

ອາເມຣິກາເລີ່ມໃຊ້ມາດຕະການເດັດຂາດ ຂໍວິຊ້າເຂົ້າປະເທດຕ້ອງແຈ້ງບັນຊີໂຊຊຽວຄືນຫຼັງ 5 ປີ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ມິຖຸນາຜ່ານມາວ່າ ກະຊວງການຕ່າງປະເທດຂອງອາເມຣິກາເລີ່ມນຳໃຊ້ມາດຕະການໃໝ່ສຳລັບຜູ້ທີ່ຍື່ນຂໍວີຊ້າເຂົ້າປະເທດ ຍົກເວັ້ນນັກການທູດ ແລະ ຂ້າລາຊະການ ໂດຍຕ້ອງໄດ້ສະແດງຂໍ້ມູນການໃຊ້ໂຊຊຽວມີເດຍຢ່າງຖືກຕ້ອງ ພາຍຫຼັງຮັບຮອງກົດດັ່ງກ່າວໃນລັດຖະບານຂອງ ທ່ານ ໂດນັລ ທຣັມ ທີ່ສະເໜີເມື່ອປີ 2018.

ໂດຍມາດຕະການດັ່ງກ່າວໄດ້ເພີ່ມການກວດສອບທີ່ເຂັ້ມງວດຂຶ້ນ ທັງນີ້ ກໍເພື່ອຄວບຄຸມການລັກລອບເຂົ້າເມືອງຂອງການການອາເມຣິກາໃນຍຸກ ທ່ານ ທຣັມ ທີ່ໃຊ້ເປັນຜົນງານຫາສຽງຊິງຕຳແໜ່ງປະທານາທິບໍດີ ຂະນະທີ່ຜູ້ຍື່ນຄຳຮ້ອງຈະຕ້ອງສົ່ງຊື່ບັນຊີທີ່ຊ້ໃນໂຊຊຽນມີເດຍ ລວມເຖິງອີເມລ ແລະ ເບີໂທລະສັບທີ່ໃຊ້ໃນຊ່ວງ 5 ປີຄືນຫຼັງ ຊຶ່ງຄາດວ່າຈະສົ່ງຜົນກະທົບເຖິງຄົນຈຳນວນ 14,7 ລ້ານຄົນຕໍ່ປີ ລວມເຖິງຜູ້ທີ່ເດີນທາງໄປເຮັດວຽກ ຫຼື ສຶກສາທີ່ສະຫະລັດອາເມຣິກາ.

ທັງນີ້ ກໍໄດ້ມີການແຈ້ງເຕືອນວ່າ ຫາກບຸກຄົນໃດໃຫ້ຂໍ້ມູນປອມກ່ຽວກັບການນຳໃຊ້ໂຊຊຽວມີເດຍກໍຈະສົ່ງຜົນກະທົບຮ້າຍແຮງຕາມມາ ຂະນະທີ່ກະຊວງການຕ່າງປະເທດໄດ້ລະບຸອີກວ່າ “ພວກເຮົາກຳລັງຫາກົນໄກເພື່ອພັດທະນາຂະບວນການກັ່ນກອງຄົນເຂົ້າເມືອງເພື່ອຄຸ້ມຄອງພົນລະເມືອງອາເມຣິກາ ຂະນະດຽວກັນກໍສະໜັບສະໜູນການເດີນທາງເຂົ້າອາເມຣິກາຢ່າງຖືກຕ້ອງຕາມກົດໝາຍເຊັ່ນກັນ” ຊຶ່ງກ່ອນໜ້ານີ້ມີພຽງຜູ້ຍື່ນຄຳຮ້ອງຂໍວີຊ້າທີ່ເປັນຄົນຢູ່ໃນພື້ນທີ່ໆກຸ່ມກໍ່ການຮ້າຍຄວບຄຸມຢູ່ເທົ່ານັ້ນທີ່ທາງການອາເມ ຣິກາຕ້ອງການຂໍ້ມູນໂຊຊຽວມີເດຍເພື່ອກວດສອບເປັນກໍລະນີພິເສດ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Getty Images

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...