Homeຂ່າວຕ່າງປະເທດໂດນັລ ທຣັມ ຢ້ຽມຢາມອັງກິດຢ່າງເປັນທາງການ

ໂດນັລ ທຣັມ ຢ້ຽມຢາມອັງກິດຢ່າງເປັນທາງການ

Published on

ປະທານາທິບໍດີ ໂດນັລ ທຣັມ ແຫ່ງສະຫະລັດອາເມຣິກາ ພ້ອມພັນລະຍາ ມີກຳນົດເດີນທາງຢ້ຽມຢາມປະເທດອັງກິດເປັນທາງການ 3 ວັນ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3 ມິຖຸນາ 2019 ວ່າ ໃນລະຫວ່າງການມາຢ້ຽມຢາມຢ່າງເປັນທາງການຂອງປະທານາ ທິບໍດີແຫ່ງອາເມຣິກາ ໂດຍສົມເດັດພຣະຣາຊິນີອັງກິດຈະພຣະລາຊະທານລ້ຽງອາຫານທ່ຽງ ແລະ ຈັດງານລ້ຽງຕ້ອນຮັບໃນຊ່ວງຄ່ຳທີ່ພຣະຣາຊະວັງບັກກິງແຮມ ຂະນະທີ່ເຈົ້າຟ້າຊາຍຊາຣລຈະປະທານລ້ຽງນ້ຳຊາ ຂະນະທີ່ ທ່ານ ທຣັມ ຈະຮ່ວມຢ້ຽມຊົມສະຖານທີ່ສຳຄັນໆ ແລະ ຫາລືທາງລາຊະການຮ່ວມກັບ ທ່ານ ນາງ ເທເຣຊາ ເມ ຊຶ່ງພວມຈະອຳລາຕຳແໜ່ງໃນອີກບໍ່ເທົ່າໃດວັນຂ້າງໜ້າ.

ທັງນີ້ ທ່ານ ທຣັມ ໄດ້ສ້າງຄວາມອັບອາຍໃຫ້ກັບ ທ່ານ ນາງ ເມ ກ່ຽວກັບການຖອນຕົວຈາກສະຫະພາບເອີຣົບ (EU) ຂອງອັງກິດ (ເບຣັກຊິທ) ໂດຍການອອກມາສຳພາດສະໜັບສະໜູນໃຫ້ອັງກິດໃຊ້ມາດຕະການທີ່ເຂັ້ມງວດກັບອີຢູເພີ່ມຂຶ້ນ ລວມເຖິງການທ້າທາຍໃຫ້ ທ່ານ ນາງ ເມ ແຂງຂໍ້ກັບບໍລິສັດຮົວເຫວີຍ ຊຶ່ງເປັນບໍລິສັດຍັກໃຫຍ່ດ້ານໂທລະຄົມມະນາຄົມ.

ການເດີນທາງມາຢ້ຽມຢາມອັງກິດຢ່າງເປັນທາງການຂອງ ທ່ານ ທຣັມ ໄດ້ສົ່ງຜົນໃຫ້ຄົນໃນປະເທດອັງກິດວາງແຜນປະທ້ວງ ໂດຍມີການນັດຍ່າງຂະບວນທັງໃນນະຄອນຫຼວງລອນດອນ ແມນເຊສເຕີຣ ເບີມິງແຮມ ແລະ ເບລຟາສ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...