Homeຂ່າວຕ່າງປະເທດວົງ BTS ສ້າງປະຫວັດສາດໃໝ່ໃຫ້ວົງການ k-pop ຂອງ ສ.ເກົາຫຼີ

ວົງ BTS ສ້າງປະຫວັດສາດໃໝ່ໃຫ້ວົງການ k-pop ຂອງ ສ.ເກົາຫຼີ

Published on

ຖ້າເອີ່ຍເຖິງບອຍແບນ (Boy band) ທີ່ໂດ່ງດັງສຸດໆໃນຕອນນີ້ຄົງຈະບໍ່ມີໃຜບໍ່ຮູ້ຈັກ 7 ໜຸ່ມແຫ່ງວົງ BTS ຈາກ ສ.ເກົາຫຼີ ຊຶ່ງໄດ້ສ້າງປາກົດການໃໝ່ອີກຄັ້ງດ້ວຍການເປີດສະແດງທີ່ສະໜາມເວມບລີຊື່ດັງໃນປະເທດອັງກິດ.

ໂດຍຫຼ້າສຸດ ວົງ BTS ໄດ້ເປີດຄອນເສີດໃຫຍ່ Love Yourself : Speak Yourself ທີ່ສະໜາມກີລາເວມບລີ ນະຄອນຫຼວງລອນດອນ ປະເທດອັງກິດ ຊຶ່ງເປັນສະໜາມທີ່ເຕັມໄປດ້ວຍປະຫວັດສາດທີ່ກ່ຽວຂ້ອງກັບກີລາຂອງປະເທດອັງກິດ ຊຶ່ງທີ່ຜ່ານມາກໍມີສິລະປິນລະດັບໂລກມາເປີດການສະແດງໃນສະໜາມແຫ່ງນີ້ ແລະ ຄັ້ງນີ້ຖືເປັນຄອນເສີດຄັ້ງທີ 3 ຂອງວົງ BTS ທີ່ສະແດງໃນອັງກິດ.

ທັງນີ້ BTS ຖືເປັນກຸ່ມສິລະປິນຈາກ ສ.ເກົາຫຼີ ວົງທຳອິດທີ່ຂຶ້ນຄອນເສີດຢູ່ທີ່ສະໜາມກີລາແຫ່ງນີ້ ທັງໄດ້ສ້າງປະຫວັດສາດໜ້າໃໝ່ໃຫ້ກັບວົງນັບແຕ່ການເປີດຂາຍບັດຄອນເສີດ ຊຶ່ງບັດທີ່ເປີດໃຫ້ຈອງໃນເອີຣົບ ແລະ ອາເມຣິກາທັງໝົດ 30.000 ໃບແມ່ນຖືກຈຳໜ່າຍໝົດທັນທີທີ່ເປີດຈຳໜ່າຍພາຍໃນວັນທີ 1 ມິຖຸນາຜ່ານມາ ຂະນະທີ່ຢູ່ສະໜາມເວມບລີກໍຂາຍບັດຈຳນວນ 90.000 ໃບໝົດພາຍໃນ 90 ນາທີເທົ່ານັ້ນ.

ຈາກສະຖິຕິດັ່ງກ່າວຈິ່ງເຮັດໃຫ້ວົງ BTS ກ້າວຂຶ້ນໄປຢູ່ໃນອັນດັບທີ 12 ຂອງສິລິປິນທີ່ຈຳໜ່າຍບັດຄອນເສີດທີ່ສະໜາມເວມບລີໄດ້ໄວທີ່ສຸດເຊັ່ນດຽວກັບສິລະປິນລະດັບໂລກບໍ່ວ່າຈະເປັນ ໄມເຄລ ແຈັກສັນ ມາດອນນາ ບີຢອນເຊ ວັນໄດເຣັກເຊິນ ເອັດ ຊີແຣນ ແລະ ອື່ນໆ ແລະ ຖືເປັນກຸ່ມສິລະປິນຈາກອາຊີກຸ່ມທຳອິດທີ່ສາມາດເຮັດໄດ້ແບບນີ້.

ຂະນະທີ່ເມື່ອເດືອນເມສາຜ່ານມາ ວົງ BTS ກໍໄດ້ຂຶ້ນເປັນ 1 ໃນ 3 ວົງໃນຮອບ 50 ປີທີ່ພາອາລະບຳເພງຂຶ້ນອັນດັບ 1 ໃນບິລບອຣດຊາຣດໄດ້ເຖິງ 3 ຄັ້ງພາຍໃນເວລາບໍ່ເຖິງ 12 ເດືອນ ເຊັ່ນດຽວກັບວົງໃນຕຳນານຄື ວົງ The Beatles ແລະ ວົງ The Monkees ແລະ ໃນເດືອນຕໍ່ມາກໍໄດ້ກາຍເປັນສິລະປິນກຸ່ມທຳອິດໃນປະຫວັດສາດຂອງບິລບອຣດຊາຣດທີ່ຄອງອັບດັບ 1 ໃນຊາຣດ 100 ສິລະປິນຂອງບິລບອຣດໄດ້ເຖິງ 5 ອາທິດ.

ປັດຈຸບັນ ທະວິຕເຕີຂອງບອຍແບນຈາກແດນກິມຈິມີຄົນຕິດຕາມຈາກທົ່ວໂລກຫຼາຍກວ່າ 20 ລ້ານຄົນ ຊຶ່ງແຊງໜ້າ ບີຢອນເຊ ແລະ ເອັດ ຊີແຣນ ໄປແລ້ວ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Big Hit Entertainment

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...