Homeຂ່າວທ້ອງຖິ່ນເມືອງໝື່ນສ້າງຂະບວນການປູກຕົ້ນໄມ້ໃຫ້ເປັນປ່າ

ເມືອງໝື່ນສ້າງຂະບວນການປູກຕົ້ນໄມ້ໃຫ້ເປັນປ່າ

Published on

ເພື່ອປະຕິບັດຕາມຄາດໝາຍສູ້ຊົນຂອງລັດຖະບານໃນການເຮັດໃຫ້ອັດຕາການປົກຫຸ້ມຂອງປ່າໄມ້ໃນ ສປປ ລາວ ກວມ 70% ພາຍໃນປີ 2020 ຕາມທິດການພັດທະນາແບບຍືນຍົງ ແລະ ການເຕີບໂຕສີຂຽວຂອງອົງການສະຫະປະະຊາຊາດວາງອອກໃຫ້ປາກົດຜົນເປັນຈິ່ງ.

ເມື່ອວັນທີ 31 ພຶດສະພາທີ່ຜ່ານມາທີ່ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກິດຈະກຳປູກຕົ້ນໄມ້ໃຫ້ເປັນປ່າເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ (ວັນທີ 1 ມິຖຸນາ ແລະ ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ 1999–2019) ພິທີດັ່ງກ່ວຈັດຂຶ້ນທີ່ ຫ້ອງວ່າການປົກຄອງເມືອງໝື່ນ ໂດຍການເຂົ້າຮ່ວມຂອງ ທ່ານ ພູວອນ ບຸນວິໄລ ກຳມະການພັກເເຂວງ ເລຂາພັກເມືອງ ເຈົ້າເມືອງໆໝື່ນ ມີທ່ານ ສົມອົກ ໜໍຈະເລີນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ ມີຄະນະປະຈຳປະຈຳພັກເມືອງ ກຳມະການພັກເມືອງ ພ້ອມດ້ວຍພະນັກງານ ທະຫານ ຕຳຫຼວດ ອຳນາດການປົກຄອງບ້ານ ນັກທຸລະກິດ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ບົວແກ້ວ ພອນໄຊສະຫວັດ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລາຍງານ ສະພາບປ່າໄມ້ ການເຄື່ອນໄຫວວຽກງານປ່າໄມ້ ແລະ ການປູກໄມ້ໃນຊຸມປີທີ່ຜ່ານມາຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂອກາດດຽວກັນ ທ່ານ ວຽງສະຫວັນ ພະສີສົມບູນ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໝື່ນກໍໄດ້ກ່າວລາຍງານການເຄື່ອໄຫວກຽວກັບວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນໄລຍະ 1 ປີຜ່ານມາ ພ້ອມນີ້ ທ່ານເຈົ້າເມືອງກໍໄດ້ໂອ້ລົມ ແລະ ເນັ້ນໜັກມາຍັງທຸກພາກສ່ວນທີ່ເຂົ້າຮ່ວມການປູກຕົ້ນໄມ້ໃນຄັ້ງນີ້ຈົ່ງເອົາໃຈໃສ່ກ່ຽວກັບຫຼັກການປູກຕົ້ນໄມ້ໃຫ້ຖືກຕ້ອງ ທັງພ້ອມກັນເອົາໃຈໃສ່ກ່ຽວກັບການບົວລະບັດ ແລະ ຮັກສາປ່າໄມ້ ລວມເຖິງສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ໂດຍມອບໃຫ້ທຸກພາກສ່ວນເປັນເຈົ້າການພາຍຫຼັງການປູກຕ້ອງຮັກສາໃຫ້ເຕີບໃຫຍ່ກາຍເປັນຕົ້ນໄມ້ສີຂຽວ ແລະ ເປັນປ່າໄມ້ໃນອະນາຄົດ.

ສຳລັບກິດຈະກຳໃນປີນີ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໝື່ນໄດ້ກຳນົດເຂດປູກຕົ້ນໄມ້ 3 ຈຸດໃຫຍ່ຄື ຈຸດສຳນັກງານຫ້ອງວ່າການປົກຄອງເມືອງໝື່ນ ຈຸດດິນຫວ່າງຂ້າງເດີ່ນກີລາເຕະບານຂອງເມືອງ ແລະ ຈຸດເດີ່ນວັດ ລວມ 97 ເຮັກຕາ ເບ້ຍໄມ້ທີ່ນຳມາປູກທັງໝົດມີ 1.600 ເບ້ຍ ໃນນີ້ ມີໄມ້ໃຫ້ໝາກ 200 ເບ້ຍ ໄມ້ປະດັບ 500 ເບ້ຍ ໄມ້ອຸດສາຫະກຳ 900 ເບ້ຍ ພ້ອມນີ້ ພໍ່ແມ່ປະຊາຊົນກໍໄດ້ປູກຕົ້ນໄມ້ຢູ່ຂອບເຂດທີ່ດິນຂອງຕົນລວມທັງໝົດ 55.000 ເບ້ຍ.

 

 

ໂດຍ: ແຫວນຄຳ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...