spot_img
Homeຂ່າວຕ່າງປະເທດເດັກນ້ອຍ 4 ປີ ຫອບເຮໂລອິນແຈກຍາຍໃຫ້ຫມູ່ເພື່ອນ

ເດັກນ້ອຍ 4 ປີ ຫອບເຮໂລອິນແຈກຍາຍໃຫ້ຫມູ່ເພື່ອນ

Published on

183924

     ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ເມືອງ​ເຊນ​ບີ​ວິນ ປະເທດ​ສະ​ຫະລັດອາເມ​ລິ​ກາ ເມື່ອ​ວັນທີ່ 8ຕຸລາ 2014 ວ່າ ເກີດເຫດ​ເດັກ​ຍິງອາຍຸ 4ປີ ແຈກ​ຈ່າຍ​ເຮ​ໂລ​ອີນ​ບັນ​ຈຸ​ຫໍ່ 249ຫໍ່ ຈ້ຳກຕາ​ຄຳ​ວ່າ “ສະ​ແລມ” ນ້ຳ​ໜັກ​ຫໍ່​ລະ​ເກືອບ 4ກຣາມ ​ໃນ​ກະ​ເປົ໋າ​ນັກ​ຮຽນ​ຂອງ​ຕົນເອງ ໃຫ້​ແກ່​ເພື່ອນ​ຮ່ວມ​ຊັ້ນ​ໃນ​ ສູນ​ເບິ່ງແຍງ​ເດັກ​ຮິກ​ຄໍ​ລີ ທີ ໃນ​ເມືອງ​ເຊນ​ບີ​ວິນ ເມື່ອ​ຊ່ວງ​ເຊົ້າ​ມື້​ວັນຈັນ ເພາະ​ເຂົ້າໃຈ​ຜິດ​ຄິດວ່າ​ເປັນ​ເຂົ້າໝົມອົມ ເບື້ອງ​ຕົ້ນ​ເຈົ້າ​ຫນ້າທີ່​ສົ່ງ​ເດັກ​ທຸກ​ຄົົນທີ່​ໄດ້ຮັບ​ແຈກ​ຫໍ່​ເຮ​ໂລ​ອີນ​ໄປ​ຍັງ​ໂຮງໝໍ​ ເພື່ອ​ກວດ​ຮ່າງກາຍ ແລະ ​ພົບ​ວ່າ​ຍັງ​ບໍ່​ມີ​ເດັກ​ຄົນ​ໃດ​ເປີດ​ຫໍ່​ບັນ​ຈຸ ຫລື ​ນຳ​ເຮ​ໂລ​ອີນ​ເຂົ້າ​ສູ່​ຮ່າງ​ກາຍ

         ເຈົ້າ​ຫນ້າທີ່​ໄດ້ຈັບ​ກຸມ​ນາງ​ແອດ​ລີ ທູນ ອາຍຸ 30ປີ ແມ່​ຂອງ​ເດັກ​ຍິງ ພ້ອມ ຕັ້ງຂໍ້​ຫາ​ໃນ​ຄວາມ​ຜິດ​ກ່ຽວກັບ​ການເຮັດໃຫ້​ເດັກ​ຕົກ​ຢູ່ໃນ​ອັນຕະລາຍ ແລະ​ ມີ​ຢາ​ເສບ​ຕິດ​ໃນ​ຄອບຄອງ ໂດຍ​ສານ​ອະນຸຍາດ​ໃຫ້​ປະ​ກັນ​ດ້ວຍ​ຫລັກ​ຊັບ 6, 000 ດອນ​ລາ​ສະ​ຫລັດ ອະ​ລິ ເຊຍ ທູນ ນ້ອງ​ສາວ​ຂອງ​ນາງ​ແອດ​ລີ ກ່າວ​ວ່າ ການຕັ້ງ​ຂໍ້​ຫາ​ດັ່ງ​ກ່າວ​ ແລະ ​ການ​ຖືກ​ຈັບ​ຕາ​ເບີ່ງ​ຈາກ​ສື່ ເປັນ​ສິ່ງ​ທີ່​ບໍ່​ຍຸດຕິທຳ​ຕໍ່​ເອື້້ອຍ​ຂອງ​ນາງ ໂດຍ​ເຫດ​ເກີດ​ຈາກ​ກະ​ເປົ໋າ​ນັກ​ຮຽນ​ຂອງ​ຫລານ​ສາວ​​ນັ້ນຂາດ ແອດ​ລີ​ຈຶ່ງ​ນຳ​ອີກ​ກະເປົາໜ່ວຍໄໝ່​ມາ​ປ່ຽນ​ໃຫ້ ໂດຍ ທີ່​ບໍ່​ຮູ້​ມາ​ກ່ອນ​ວ່າ​ມີ​ເຮ​ໂລ​ອີນ​ຢູ່ໃນ​ນັ້ນ ອະ​ລິ​ເຊຍ ​ຢືນຢັນ​ວ່າ​ເອື້ອຍ​ຂອງ​ນາງ​ບໍ່​ເຄີຍ​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ ແລະ​ ຕົກ​ເປັນ​ຄົນ​ຮັບ​ເຄາະ​ຂອງ​ຄົນ​ຮ້າຍ​ທີ່​ນຳ​ເຮ​ໂລ​ອີນ​ມາ​ເຊື່ອ​ໃນ​ເຮືອນ​ຂອງ​ນາງ ທັງນີ້ ດ້ວຍ​ຂໍ້​ຫາ​ເຮັດໃຫ້​ເດັກ​ຕົກ​ຢູ່ໃນ​ອັນຕະລາຍ ສານ​ຈຶ່ງ​ມີ​ຄຳ​ສັ່ງ​ຫ້າມ​ແອດ​ລີ​ຕິດ​ຕໍ່​ກັບ​ລູກ​ທັງ 3 ຄົນ​ຂອງ​ນາງ ທີ່​ມີ​ອາ​ຍຸ​ລະຫວ່າງ 4-11 ປີ ໂດຍ​ລະຫວ່າງ​ນີ້​ໃຫ້​ເດັກ​ຢູ່ໃນ​ຄວາມ​ເບິ່ງແຍງ​ຂອງ​ພີ່ນ້ອງ

 

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...