spot_img
Homeຂ່າວຕ່າງປະເທດແມ່ເຖົ້າຊາວອາເມຣິກາຕົກໃຈຢ່າງແຮງ ເມື່ອມີແຂກບໍ່ໄດ້ຮັບເຊີນມາຢາມ

ແມ່ເຖົ້າຊາວອາເມຣິກາຕົກໃຈຢ່າງແຮງ ເມື່ອມີແຂກບໍ່ໄດ້ຮັບເຊີນມາຢາມ

Published on

ແມ່ເຖົ້າແມຣີ ວິສຮູເຊັນ ຊາວອາເມຣິກາອາຍຸ 77 ປີ ເຖິງກັບຕົກໃຈຢ່າງແຮງຂະນະທີ່ຕື່ນຂຶ້ນມາກາງເດິກແລ້ວພົບກັບແຂ້ໂຕໃຫຍ່ຂະໜາດຍາວກວ່າ 3 ແມັດເຂົ້າມາໃນເຮືອນ ດັ່ງນັ້ນ ແມ່ເຖົ້າຈຶ່ງໄດ້ໂທແຈ້ງເຈົ້າໜ້າທີ່ເຂົ້າມາຊ່ວຍເຫຼືອ.

ລາຍງານຂ່າວຕ່າງປະເທດເມື່ອວັນທີ 1 ມິຖຸນາຜ່ານມາໃຫ້ຮູ້ວ່າ ເກີດເຫດແຂ້ໂຕໃຫຍ່ບຸກເຂົ້າເຮືອນຂອງປະຊາຊົນໃນເຂດເມືອງເຄລຍວໍເຕີຣ ລັດຟໍຣິດາ ຊຶ່ງເຈົ້າໜ້າທີ່ໄດ້ຮັບແຈ້ງເຫດສຸກເສີນຈຶ່ງໄປທີ່ຈຸດເກີດເຫດກໍຄືເຮືອນຂອງແມ່ເຖົ້າແມຣີ ແລະ ເມື່ອມາຮອດກໍພົບກັບແຂ້ໂຕໃຫຍ່ຍາວຂະໜາດ 3,35 ແມັດທີ່ເຂົ້າມາໃນເຮືອນຂອງແມ່ເຖົ້າ ຂະນະທີ່ເຮືອນຂອງແມ່ເຖົ້າເກີດຄວາມເສຍຫາຍເລັກນ້ອຍ (ແວ່ນປ່ອງຢ້ຽມແຕກ).

ທັງນີ້ ເຈົ້າໜ້າທີ່ກໍໄດ້ໂພສຄລິບວິດິໂອຜ່ານທາງທະວິຕເຕີຂອງສຳນັກງານຕຳຫຼວດເມືອງເຄລຍວໍເຕີຣທີ່ບັນທຶກເຫດການຈັບແຂ້ໂຕດັ່ງກ່າວ ພ້ອມນີ້ ກໍໄດ້ໂພສຂໍ້ຄວາມໃນທະວິຕເຕີວ່າ ລະຫວ່າງທີ່ພະຍາຍາມຈັບແຂ້ໂຕນີ້ “ເຮັດໃຫ້ແກ້ວວາຍແດງແຕກຫຼາຍແກ້ວ ແລະ ທີ່ເຫັນຢູ່ພື້ນຫ້ອງຄົວນັ້ນເປັນພຽງວາຍບໍ່ແມ່ນເລືອດ”.

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: @@myclearwaterPD

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...