spot_img
Homeຂ່າວຕ່າງປະເທດທາງການອິນເດຍເຕືອນໄພ ອາກາດອາດຮ້ອນສູງເກີນ 50 ອົງສາ

ທາງການອິນເດຍເຕືອນໄພ ອາກາດອາດຮ້ອນສູງເກີນ 50 ອົງສາ

Published on

ຄື້ນຄວາມຮ້ອນແຜ່ປົກຄຸມພາກເໜືອຂອງປະເທດອິນເດຍວັດແທກອຸນຫະພູມໃນລັດຣາຊາສະຖານສູງເຖິງ 50 ອົງສາ ພ້ອມນີ້ ກໍມີລາຍງານວ່າປະຊາຊົນຈຳນວນຫຼາຍທົນກັບສະພາບອາກາດຮ້ອນອົບເອົ້າບໍ່ໄຫວສົ່ງຜົນໃຫ້ມີຄົນເສຍຊີວິດແລ້ວຫຼາຍຮ້ອຍລາຍ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີເມື່ອວັນທີ 2 ມິຖຸນາຜ່ານມາວ່າ ສຳນັກອຸຕຸນິຍົມວິທະຍາແຫ່ງຊາດອິນເດຍ (IMD) ໄດ້ອອກມາຖະແຫຼງວ່າ ອຸນຫະພູມຢູ່ເມືອງຊູຣູ ເຂດທະເລຊາຍໃນລັດຣາຊາສະຖານທາງພາກເໜືອວັດແທກອຸນຫະພູມໄດ້ເຖິງ 50,6 ອົງສາ ແລະ ທົ່ວລັດພວມຜະເຊີນກັບອາກາດຮ້ອນທີ່ສຸດ ຂະນະທີ່ອີກຫຼາຍເມືອງກໍວັດແທກອຸນຫະພູມໄດ້ສູງເກີນ 47 ອົງສາ.

ທັງນີ້ ເດືອນເມສາ 2015 ເມືອງພາໂລດີໃນລັດຣາຊາສະຖານກໍເຄີຍເຮັດສະຖິຕິອາກາດຮ້ອນສູງສຸດເທົ່າທີ່ເຄີຍປາກົດມີ ຊຶ່ງສາມາດວັດແທກອຸນຫະພູມໄດ້ເຖິງ 51 ອົງສາ ຂະນະທີ່ໂຄສົກຂອງ IMD ກໍໄດ້ກ່າວວ່າ ອາກາດຮ້ອນຮຸນແຮງອາດແກ່ຍາວເຖິງ 1 ອາທິດຢູ່ໃນຫຼາຍໆລັດຄື ລັດຣາຊາສະຖານ ລັດມະຫາຣາດ ລັດມັດຢະປະເທດ ລັດບັນຈາບ ລັດຫໍຣະຢານະ ແລະ ລັດອຸຕຕະຣະປະເທດ ແລະ ຫຼ້າສຸດ ມີລາຍງານຜູ້ເສຍຊີວິດຈາກລົດແດດແລ້ວຫຼາຍຮ້ອຍລາຍ.

ໂດຍທາງການອິນເດຍກໍເຄີຍປະກາດເຕືອນໄພພາວະອາກາດຮ້ອນຮຸນແຮງລະດັບສີແດງໃນເຂດນະຄອນຫຼວງນິວເດລີພາຍຫຼັງທີ່ອຸນຫະພູມເພີ່ມສູງຂຶ້ນເກີນ 46 ອົງສາ ໂດຍເຈົ້າໜ້າທີ່ໄດ້ປະກາດແນະນຳໃຫ້ປະຊາຊົນຫຼີກເວັ້ນການອອກນອກອາຄານ ບ້ານເຮືອນ ໃນຊົ່ວໂມງອາກາດຮ້ອນຖ້າບໍ່ຈຳເປັນ ຂະນະທີ່ເມືອງໃຫຍ່ຫຼາຍໆແຫ່ງໂດຍສະເພາະເມືອງເຈນໄນ ຫຼື ອະມັທຣາສເກົ່າ ຊຶ່ງກຳລັງວິຕົກກັງວົນກ່ຽວກັບພາວະຂາດແຄນນ້ຳ ເນື່ອງຈາກລະດັບນ້ຳໃນທະເລສາບ ແລະ ແມ່ນ້ຳສາຍຕ່າງໆກຳລັງຫຼຸດລະດັບລົງເລື້ອຍໆ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP, AP

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...