Homeຂ່າວຕ່າງປະເທດເກີດເຫດໂຮງງານຜະລິດ “ທີເອັນທີ” ລະເບີດຢູ່ຣັດເຊຍ

ເກີດເຫດໂຮງງານຜະລິດ “ທີເອັນທີ” ລະເບີດຢູ່ຣັດເຊຍ

Published on

ກະຊວງສາທາລະນະສຸກຣັດເຊຍເປີດເຜີຍເມື່ອວັນທີ 2 ມິຖຸນາຜ່ານມາວ່າ ເກີດເຫດລະເບີດໃນໂຮງງານຜະລິດລະເບີດ ທີເອັນທີ (TNT) ເມື່ອວັນທີ 1 ມິຖຸນາ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ 79 ຄົນ.

ເຫດລະເບີດດັ່ງກ່າວແມ່ນເກີດຢູ່ໃນໂຮງງານຜະລິດ TNT ຊຶ່ງຕັ້ງໃນເມືອງເຊີຣຊິນສ ຫ່າງໄປທາງຕາເວັນອອກຂອງນະຄອນຫຼວງມົສກູ 400 ກີໂລແມັດ ຂະນະທີ່ເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນຫາສາເຫດ.

ທັງນີ້ ກະຊວງສາທາລະນະສຸກຂອງຣັດເຊຍໄດ້ອອກມາຖະແຫຼງວ່າ ພົບຜູ້ໄດ້ຮັບບາດເຈັບ 79 ຄົນ ໃນນັ້ນ ແມ່ນພະນັກງານ-ກຳມະກອນ 38 ຄົນ ແລະ 14 ຄົນເປັນປະຊາຊົນໃນເຂດໃກ້ຄຽງ ຊຶ່ງມີ 15 ຄົນຕ້ອງນອນປິ່ນປົວຢູ່ໂຮງໝໍ ແລະ ມີ 1 ຄົນອາການສາຫັດ ຂະນະທີ່ແຮງລະເບີດກໍໄດ້ເຮັດໃຫ້ອາຄານບ້ານເຮືອນໃນເຂດໃກ້ຄຽງຫຼາຍກວ່າ 180 ຫຼັງໄດ້ຮັບຄວາມເສຍຫາຍ.

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AP

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...