Homeຂ່າວພາຍ​ໃນສະໜາມບິນສາກົນວັດໄຕປະກາດເປັນສະໜາມບິນປອດຄວັນຢາສູບ

ສະໜາມບິນສາກົນວັດໄຕປະກາດເປັນສະໜາມບິນປອດຄວັນຢາສູບ

Published on

ໃນວັນທີ 31 ພຶດສະພາ 2019 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ກະຊວງສາທາລະນະສຸກຮ່ວມກັບສະມາພັນຄວບຄຸມຢາສູບແຫ່ງອາຊຽນ ກະຊວງໂຍທາທິການ ແລະ ຂົນສົ່ງ ລວມທັງອົງການອະນາໄມໂລກ ໄດ້ຈັດງານສະເຫຼີມສະຫຼອງວັນງົດສູບຢາໂລກພາຍໃຕ້ຄຳຂວັນ ການສູບຢາພາໃຫ້ເປັນພະຍາດປອດ ແລະ ທັງເປັນການປະກາດຫ້າມສູບຢາພາຍໃນອາຄານທັງໝົດຂອງສະໜາມບິນສາກົນວັດໄຕ ແລະ ທຸກສະໜາມບິນໃນ ສປປ ລາວ ໃຫ້ເປັນສະໜາມບິນປອດຄວັນຢາສູບ ເພື່ອປົກປ້ອງສຸຂະພາບຂອງບັນດາພະນັກງານ ເຈົ້າໜ້າທີ່ ຜູ້ທີ່ເຂົ້າມາຢ້ຽມຢາມ ແລະ ຜູ້ໂດຍສານຈາກອັນຕະລາຍຂອງການໄດ້ຮັບຄວັນຢາສູບມືສອງ ທັງເປັນການສ້າງສະພາບແວດລ້ອມທີ່ສົດໃສ ແລະ ການສ້າງຄວາມປອດໄພໃຫ້ແກ່ສະໜາມບິນຂອງ ສປປ ລາວ.

ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ ສະໜາມບິນສາກົນວັດໄຕໄດ້ປິດຫ້ອງສູບຢາທີ່ຢູ່ພາຍໃນອາຄານທັງພາຍໃນ ແລະ ຕ່າງປະເທດນັບແຕ່ວັນທີ 20 ພຶດສະພາ 2019 ຜ່ານມາ ແລະ ໃຫ້ຜູ້ສູບຢາທັງໝົດ ລວມທັງພະນັກງານ-ເຈົ້າໜ້າທີ່ສະໜາມບິນຜູ້ໂດຍສານ ແລະ ບຸກຄົນອື່ນໆໄປສູບຢາຢູ່ບ່ອນທີ່ອະນຸຍາດໃຫ້ສູບຢາທີ່ທາງສະໜາມບິນໄດ້ຈັດໄວ້ ຊຶ່ງມີປ້າຍບອກຢ່າງຈະແຈ້ງ ນອກນີ້ ຍັງບໍ່ອະນຸຍາດໃຫ້ສູບຢາຢູ່ໃກ້ອາຄານຕ່າງໆ ໂດຍສະເພາະທາງເຂົ້າ-ອອກ ແລະ ທາງຍ່າງດ້ານໜ້າອາຄານສະໜາມບິນ ສຳລັບຜູ້ທີ່ລະເມີດຈະຖືກກ່າວເຕືອນ ເມື່ອໄດ້ທຳຜິດເທື່ອທຳອິດ ແລະ ຈະຖືກປັບໄໝ 200.000 ກີບ ສຳລັບການລະເມີດເທື່ອທີສອງ ຊຶ່ງຜູ້ທີ່ກະທຳຜິດຊ້ຳໆຈະຖືກປັບໄໝຄັ້ງລະ 400.000 ກີບ.

ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ ການປະກາດໃຫ້ເປັນສະໜາມບິນສາກົນວັດໄຕປອດຄວັນຢາສູບນີ້ເປັນແຫ່ງທຳອິດຂອງ ສປປ ລາວ ແລະ ເປັນປະເທດທີ 3 ຂອງອາຊຽນຖັດຈາກປະເທດ ບຣູໄນ ແລະ ໄທ ຈາກການສຳຫຼວດແຫ່ງຊາດກ່ຽວກັບການສູບຢາຂອງຜູ້ໃຫຍ່ໃນປີ 2015 ພົບວ່າ ການໄດ້ຮັບຄວັນຢາສູບພາຍໃນສະຖານທີ່ສາທາລະນະຍັງສູງ ໂດຍສະເພາະການໄດ້ຮັບຄວັນຢາສູບພາຍໃນອາຄານບ່ອນເຮັດວຽກສູງເຖິງ 63% ດັ່ງນັ້ນ ຈິ່ງຮຽກຮ້ອງໃຫ້ທຸກຄົນຕ້ອງເພີ່ມທະວີການມີສ່ວນຮ່ວມ ແລະ ເປັນເຈົ້າການໃນການປົກປ້ອງສຸຂະພາບຕົນເອງ ແລະ ຄົນອ້ອມຂ້າງຈາກຄວັນຢາສູບ ແລະ ໃຫ້ຜູ້ສູບຢາມາສູບຢູ່ບ່ອນອະນຸຍາດສູບຢາເທົ່ານັ້ນ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...