spot_img
Homeຂ່າວພາຍ​ໃນລາວ-ໄທ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືຂົງເຂດວັດທະນະທຳ

ລາວ-ໄທ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືຂົງເຂດວັດທະນະທຳ

Published on

ເມື່ອວັນທີ 29 ພຶດສະພາຜ່ານມາ ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນ​ຕີ​​ກະຊວງຖະ​ແຫຼ​ງຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ວິຣະໂຣດ ພົດຈະນະຣັດ ລັດຖະມົນຕີກະຊວງວັດທະນະທຳແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຮ່ວມຈັດຕັ້ງກິດຈະກຳສາຍຮູບເງົາແອນິເມເຊິນເລື່ອງ “ພະຣັກ-ພະຣາມ ຫຼື ບົດກະວີ ຣາມາຍານະ” ຢູ່ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ຣາຊະອານາຈັກໄທໄດ້ຮັບກຽດເປັນປະທານອາຊຽນປີ 2019 ລວມທັງຈັດຕັ້ງປີແລກປ່ຽນວັດທະນະທຳອາຊຽນ-ໄທ ຢູ່ນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວ ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຂັ້ນສູງຂອງກະຊວງວັດທະນະທຳແຫ່ງຣາຊະອານາຈັກໄທທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ຈັດກິດຈະກຳສາຍຮູບເງົາດັ່ງກ່າວຮ່ວມກັນ ແລະ ຍັງໄດ້ພົບປະແລກປ່ຽນຄຳຄິດຄຳເຫັນເພື່ອເຮັດໃຫ້ວຽກງານການຮ່ວມມືທາງດ້ານວັດທະນະທຳຂອງສອງປະເທດໃຫ້ມີບາດກ້າວອັນໃໝ່ ທັງເຮັດໃຫ້ປະຊາຊົນສອງຊາດມີຄວາມເຂົ້າອົກເຂົ້າໃຈ ແລະ ຮັບຮູ້ຢ່າງກວ້າງຂວາງຕໍ່ໄມຕີຈິດມິດຕະພາບ ແລະ ສາຍພົວພັນດີງາມລະຫວ່າງ ລາວ-ໄທ ໄທ-ລາວ ທີ່ມີມາແຕ່ບູຮານ ພ້ອມນີ້ ສອງປະເທດ ລາວ-ໄທ ຍັງໄດ້ໃຫ້ການຮ່ວມມືກັນໃນຂົງເຂດຫຼາຍຝ່າຍ ພ້ອມທັງສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີສາກົນເຊັ່ນ ໃນຂົງເຂດພາກພື້ນແມ່ນ້ຳຂອງ ຂົງເຂດວຽກງານອາຊຽນ ແລະ ເວທີສາກົນຕ່າງໆ.

ທ່ານ ບໍ່​ແສງ​ຄຳ ໄດ້ໃຫ້ຮູ້ຕື່ມວ່າ ສອງປະເທດ ລາວ-ໄທ ໄດ້ປະຕິບັດແລກປ່ຽນການຮ່ວມມືໃນຂົງເຂດວັດທະນະທຳດ້ວຍຫຼາຍຮູບແບບໃນຂົງເຂດການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍຢູ່ໃນພາກພື້ນ ແລະ ສາກົນຢ່າງເປັນຂະບວນຟົດຟື້ນ ໃນນັ້ນ ລວມມີການແລກປ່ຽນສິລະປະການສະແດງ ວາງສະແດງຮູບພາບ ຈັດສຳມະນາທາງດ້ານວິຊາການ ການຮ່ວມມືລະຫວ່າງສະຖາບັນການສຶກສາດ້ານວັດທະນະທຳ ແລະ ມີການແລກປ່ຽນຮ່ວມມືດ້ານທ່ອງທ່ຽວ ພ້ອມນີ້ ກໍຫວັງຢ່າງຍິ່ງວ່າການຮ່ວມມືໃນຂົງເຂດວັດທະນະ ທຳລະຫວ່າງສອງກະຊວງກໍຄືສອງປະເທດ ລາວ-ໄທ ຈະເພີ່ມທີວີການຮ່ວມມືໃຫ້ຫຼາຍຂຶ້ນ ໂດຍການຈັດຕັ້ງກອງປະຊຸມຕ່າງໆເພື່ອປຶກສາຫາລືສ້າງແຜນກິດຈະກຳຮ່ວມມືກັນທາງດ້ານວັດທະນະທຳໃຫ້ເປັນຮູບປະທຳຫຼາຍຂຶ້ນ ແລະ ໃຫ້ໄດ້ມີການລົງນາມບົດບັນທຶກການຮ່ວມມືນຳກັນ ເຮັດໃຫ້ວຽກງານການຮ່ວມມືທາງດ້ານວັດທະນະທຳມີອັນສະດວກ ແລະ ວ່ອງໄວ.

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...