spot_img
Homeຂ່າວພາຍ​ໃນສະເຫຼີມສະຫຼອງປີແລກປ່ຽນວັດທະນະທຳອາຊຽນ-ໄທ

ສະເຫຼີມສະຫຼອງປີແລກປ່ຽນວັດທະນະທຳອາຊຽນ-ໄທ

Published on

ຄ່ຳຄືນຂອງວັນທີ 29 ພຶດສະພາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍກະຊວງຖະແຫຼງຂ່າວ ວັດທະນະ ທຳ ແລະ ທ່ອງທ່ຽວ ສປປ ລາວ ຮ່ວມກັບສະຖານທູດໄທ ປະຈຳລາວ ແລະ ກະຊວງວັດທະນະທຳແຫ່ງຣາຊະອານາຈັກໄທ ຈັດງານສະເຫຼີມສະຫຼອງປີແລກປ່ຽນວັດນະທະທຳອາຊຽນ-ໄທຢ່າງຍິ່ງໃຫຍ່ ໂດຍການນຳເອົາຮູບເງົາແອນນິເມເຊິນເລື່ອງ “ພະຣັກ-ພະຣາມ” ເວີເຊິນແປພາສາລາວມາສ້າງສີສັນພາຍໃນງານ.

ໂດຍການເຂົ້າຮ່ວມຂອງ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ ທ່ານ ບໍ່ແສງຄຳ ວົງດາລາ ລັດ ຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ວິຣະ ໂຣດພົດຈະນະຣັດ ລັດຖະມົນຕີກະຊວງວັດທະນະທຳແຫ່ງຣາຊະອານາຈັກໄທ ມີບັນດາແຂກຖືກເຊີນທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກຽດຕິຄຸນ ໄດ້ກ່າວວ່າ ຣາຊະອານາຈັກໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມສຳພັນທີ່ແໜ້ນແຟ້ນມາຢ່າງຍາວນານ ຊຶ່ງວັດທະນະທຳຂອງທັງສອງຊາດແມ່ນຄ້າຍຄື ແລະ ເຊື່ອມໂຍງກັນ ບໍ່ວ່າຈະເປັນການເວົ້າ ການແຕ່ງກາຍ ປະເພນີ ພິທີກຳ ລວມເຖິງສິລະປະຂະແໜງຕ່າງໆ.

ຂະນະທີ່ມໍລະດົກທາງວັດທະນະທຳທີ່ຈັບຕ້ອງໄດ້ ແລະ ຈັບຕ້ອງບໍ່ໄດ້ຫຼາຍຢ່າງມີລ້ວນມາຮາກເຫງົ້າທາງປະຫວັດສາດ ແລະ ຄວາມເປັນມາຈາກທີ່ດຽວກັນເຊັ່ນ ວັດທະນະທຳເລື່ອງ ຣາມມະກຽນຂອງໄທ ແລະ ເລື່ອງພະຣັກ-ພະຣາມ ຂອງ ສປປ ລາວ ທີ່ນຳເອົາເຄົ້າໂຄງມາຈາກມະຫາກາບຣາມະຍນະໃນສາສະໜາຮິນດູຂອງອິນເດຍ.

ທັງນີ້ ລັດຖະບານໄທໂດຍກະຊວງວັດທະນະທຳໄດ້ສ້າງຮູບເງົາແອນນິເມເຊິນເລື່ອງ “ຣາມມະກຽນ” ຈາກຈິດຕະກຳຮອບພຣະຣະບຽງພຣະອຸໂບສົດວັດພຣະສີຣັຕຕະນະສາສະດາຣາມຕອນ “ຣາມາວະຕາຣ” ທີ່ກ່າວເຖິງການອະວະຕາຣຂອງພຣະນາຣາຍເປັນພຣະຣາມເພື່ອປຣາບຍັກທົດສະກັນ ຊຶ່ງຖືເປັນນະວັດຕະກຳຮູບແບບໃໝ່ທີ່ໄດ້ນຳເອົາຕົວລະຄອນ ຈາກຈິດຕະກຳຝາຜະໜັງອ້ອມລະບຽງວັດມາສ້າງສັນໃຫ້ເຄື່ອນໄຫວ ມີຊີວິດ ເພື່ອໃຫ້ຜູ້ຊົມສາມາດເຂົ້າໃຈເນື້ອຫາສາລະໄດ້ງ່າຍຂຶ້ນ ທັງມີຄວາມມ່ວນຊື່ນ ເພີດເພີນທີ່ສອດ ຄ່ອງກັບຍຸກສະໄໝ ແລະ ເປັນການອະນຸຮັກ ແລະ ພັດທະນາມໍລະດົກພູມປັນຍາ ຊຶ່ງເປັນທຶນທາງວັດທະນະທຳໃຫ້ມີຄຸນຄ່າເພີ່ມຍິ່ງຂຶ້ນ.

ໃນນາມລັດຖະບານ ແລະ ປະຊາຊົນຊາວໄທ ຂ້າພະເຈົ້າຂໍຂອບໃຈທ່ານຜູ້ມີກຽດທຸກທ່ານເປັນຢ່າງສູງທີ່ໃຫ້ຄວາມສົນໃຈ ແລະ ຕ້ອນຮັບຮູບເງົາແອນນິເມເຊິນເລື່ອງ “ຣາມມະກຽນ” ໂດຍສະເພາະກໍຂໍຂອບໃຈມາຍັງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວແຫ່ງ ສປປ ລາວ ທີ່ໃຫ້ກຽດເປັນເຈົ້າພາບຮ່ວມໃນການຈັດການສາຍຮູບເງົາໃນຄັ້ງນີ້.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...