Homeຂ່າວຕ່າງປະເທດຍີ່ປຸ່ນປະສົບພາວະອາກາດຮ້ອນເປັນປະຫວັດການ

ຍີ່ປຸ່ນປະສົບພາວະອາກາດຮ້ອນເປັນປະຫວັດການ

Published on

ລາຍງານຂ່າວຕ່າງປະເທດເມື່ອວັນທີ 27 ພຶດສະພາຜ່ານມາໃຫ້ຮູ້ວ່າ ເກີດສະພາບອາກາດປ່ຽນແປງໃນປະເທດຍີ່ປຸ່ນພາຍຫຼັງອຸນຫະພູມເທິງເກາະຮັອກໄກໂດທາງຕອນເໜືອພຸ່ງສູງເຖິງ 39,5 ອົງສາ ຊຶ່ງຖືເປັນຄັ້ງທຳອິດໃນປະຫວັດສາດທີ່ເກາະຮັອກໄກໂດມີອຸນຫະພູມໃນເດືອນພຶດສະພາສູງເກີນ 35 ອົງສາ.

ທ່າມກາງຄວາມວິຕົກກັງວົນວ່າ ຍີ່ປຸ່ນຈະກັບຄືນໄປຜະເຊີນກັບສະພາບອາກາດຮ້ອນເອົ້າຫຼັງຈາກປະສົບໄພຄື້ນຄວາມຮ້ອນຮຸນແຮງເປັນປະຫວັດການເມື່ອລະດູຮ້ອນປີກ່ອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖິງ 138 ລາຍ ແລະ ຫຼາຍກວ່າ 700.000 ຄົນຕ້ອງເຂົ້າປິ່ນປົວໃນໂຮງໝໍ ຂະນະທີ່ສຳນັກອຸຕຸນິຍົມວິທະຍາຍີ່ປຸ່ນໄດ້ອອກມາຖະແຫຼງເມື່ອວັນທີ 26 ພຶດສະພາຜ່ານມາວ່າ ສາມາດວັດ ແທກອຸນຫະພູມສູງສຸດເທິງເກາະຮັອກໄກໂດໃນເມືອງຊາໂຣມະ ທາງຕາເວັນອອກສຽງເໜືອເຖິງ 39,5 ອົງສາຊຶ່ງເປັນໂຕເລກສູງສຸດໃນຮອບ 5 ປີຂອງເກາະຮັອກໄກໂດນັບແຕ່ອຸນຫະພູມສູງສຸດ 37,2 ອົງສາທີ່ວັດແທກໄດ້ໃນເມືອງໂອໂຕຟຸເກະເມື່ອວັນທີ 3 ມິຖຸນາເມື່ອປີ 2013 ແລະ ສູງກວ່າອຸນຫະພູມສູງສຸດທີ່ເຄີຍມີມາຂອງຍີ່ປຸ່ນທີ່ວັດແທກໄດ້ເມື່ອເດືອນພຶດສະພາທີ່ເມືອງຈິຈິບຸ ແຂວງໄຊຕາມະທີ່ວັດແທກໄດ້ 37,2 ອົງສາເມື່ອປີ 1993 ສ່ວນບໍລິສັດເຈອາຣ ຮັອກໄກໂດ ກໍໄດ້ປະກາດໂຈະການບໍລິການລົດໄຟ 40 ຖ້ຽວໃນພື້ນທີ່ພາກຕາເວັນອອກຂອງເກາະຮັອກໄກໂດ ເນື່ອງຈາກຢ້ານວ່າຄວາມຮ້ອນຈະເຮັດໃຫ້ລາງລົດໄຟເກີດຄວາມເສຍຫາຍທີ່ຈະນຳໄປສູ່ການເກີດອຸບັດເຫດ.

ຂະນະທີ່ສຳນັກຂ່າວພາຍໃນກໍໄດ້ລະບຸວ່າ ຈຸດສຳຫຼວດສະພາບອາກາດ 513 ແຫ່ງຈາກທັງໝົດ 926 ແຫ່ງທົ່ວປະເທດກວດພົບອຸນຫະພູມສູງເກີນ 30 ອົງສາ ແລະ ອີກ 53 ແຫ່ງພົບວ່າມີອຸນຫະພູມສູງກວ່າ 35 ອົງສາ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ 

ຮູບພາບ: khaosod

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...