spot_img
Homeຂ່າວຕ່າງປະເທດສິງກະໂປໃຊ້ມາດຕາການປັບໄໝຜູ້ທີ່ລະເມີດກົດໝາຍຖິ້ມຂີ້ເຫຍື້ອ

ສິງກະໂປໃຊ້ມາດຕາການປັບໄໝຜູ້ທີ່ລະເມີດກົດໝາຍຖິ້ມຂີ້ເຫຍື້ອ

Published on

ຖືເປັນກໍລະນີຕົວຢ່າງກໍວ່າໄດ້ ສຳລັບການໃສ່ໂທດຄົນທີ່ຖິ້ມຂີ້ເຫຍື້ອຊະຊາຍ ຫຼື ຄົນທີ່ລະເມີດຕໍ່ກົດໝາຍຖິ້ມຂີ້ເຫຍື້ອໃນປະເທດສິງກະໂປ ເມື່ອມີລາຍງານວ່າມີຄົນທີ່ບໍ່ເຄົາລົບກົດຂໍ້ບັງຄັບ ໂດຍຊາຍຄົນໜຶ່ງຖືກເຈົ້າໜ້າທີ່ປັບໄໝເປັນເງິນຈຳນວນ 300 ໂດລາສິງກະໂປຕາມຄວາມຜິດໂທດຖານຍິງເສັ້ນຢາງ 2 ເສັ້ນລົງຖະໜົນສາທາລະນະ ຊຶ່ງໄດ້ຕອກຢ້ຳຄວາມເຂັ່ງຄັດ ແລະ ຄວາມມີວິໄນໃນການຮັກສາກົດໝາຍຂອງສິງກະໂປ.

ກໍລະນີດັ່ງກ່າວກາຍເປັນທີ່ກ່າວຂານຫຼາຍທີ່ສຸດໃນສິງກະໂປ ຫຼັງຈາກທີ່ມີການໂພສຮູບໃບສັ່ງປັບໄໝຂອງສຳນັກງານສິ່ງແວດລ້ອມແຫ່ງຊາດ (NEA) ເມື່ອວັນທີ 27 ພຶດສະພາຜ່ານມາ ຊຶ່ງເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 23 ພຶດສະພາ 2019 ໂດຍເຈົ້າໜ້າທີ່ຂອງ NEA ເປັນຜູ້ພົບເຫັນການລະເມີດກົດໝາຍຖິ້ມຂີ້ເຫຍື້ອໃນທີ່ສາທາລະນະ.

ເຫດການດັ່ງກ່າວເກີດຂຶ້ນລະຫວ່າງຊາຍຄົນໜຶ່ງ (ຜູ້ຖືກປັບໄໝ) ໄດ້ຈັບເສັ້ນຢາງມາດີດຫຼິ້ນລະຫວ່າງເດີນທາງໄປຂຶ້ນລົດ ແລະ ໄດ້ເຮັດເສັ້ນຢາງ 2 ເສັ້ນຕົກລົງຖະໜົນ ເມື່ອເຈົ້າໜ້າທີ່ພົບເຫັນຈິ່ງເຂົ້າໄປຫາຊາຍຄົນດັ່ງກ່າວ ພ້ອມກັບແຈ້ງຂໍ້ຫາວ່າ ເຮັດຜິດກົດ ໝາຍ ແລະ ໄດ້ຂຽນໃບສັ່ງປັບໃຫ້ໄປຊຳລະພາຍໃນວັນເວລາທີ່ກຳນົດ.

ທັງນີ້ ເຖິງແມ່ນວ່າສິງກະໂປຈະຂຶ້ນຊື່ວ່າເປັນປະເທດທີ່ມີກົດໝາຍທີ່ເຂັ້ມງວດ ແຕ່ກໍເຄີຍມີກໍລະນີລະເມີດຂໍ້ບັງຄັບຫ້າມຖິ້ມຂີ້ ເຫຍື້ອໃນທີ່ສາທາລະນະເກີດຂຶ້ນຫຼາຍຄັ້ງ ລວມເຖິງກໍລະນີຂອງຊາຍຊາວສິງກະໂປ 2 ຄົນທີ່ຖືກປັບໄໝຫຼາຍພັນໂດລາສິງກະໂປຫຼັງຈາກລືມກະປ໋ອງເຄື່ອງດື່ມໄວ້ດ້ານນອກຂອງສະຖານີລົດໄຟໃຕ້ດິນເມື່ອປະມານກາງເດືອນທີ່ຜ່ານມາ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...