spot_img
Homeຂ່າວຕ່າງປະເທດຄາດຄະເນອີກ 20 ປີຂ້າງໜ້າເສດຖະກິດຫວຽດນາມຈະແຊງໜ້າສິງກະໂປ

ຄາດຄະເນອີກ 20 ປີຂ້າງໜ້າເສດຖະກິດຫວຽດນາມຈະແຊງໜ້າສິງກະໂປ

Published on

ທະນາຄານ DBS Bank  ໄດ້ວິເຄາະວ່າ ເສດຖະກິດຂອງຫວຽດນາມຈະມີຂະໜາດໃຫຍ່ກວ່າເສດຖະກິດຂອງສິງກະໂປພາຍໃນປີ 2029 ຫຼື ອີກປະມານ 20 ປີຂ້າງໜ້າ ເນື່ອງຈາກເສດຖະກິດທີ່ເຕີບໂຕຢ່າງຕໍ່ເນື່ອງ ໂດຍສະເພາະໃນປັດຈຸບັນຫວຽດນາມໄດ້ຮັບອານິສົງຈາກສົງຄາມການຄ້າລະຫວ່າງຈີນ ແລະ ອາເມຣິກາ ຊຶ່ງໄດ້ສົ່ງຜົນໃຫ້ອາເມຣິກາຫັນມານຳເຂົ້າສິນຄ້າຂອງຫວຽດນາມແທນສິນຄ້າຈາກຈີນ ຂະນະທີ່ການລົງທຶນຈາກແຫຼ່ງຕ່າງໆກໍຫຼັ່ງໄຫຼເຂົ້າສູ່ຫວຽດນາມເພີ່ມຂຶ້ນເລື້ອຍໆ.

ຂະນະທີ່ລາຍງານຂ່າວຂອງ Bloomberg ພົບວ່າ ອາເມຣິການຳເຂົ້າສິນຄ້າຈາກຫວຽດ ນາມເພີ່ມຂຶ້ນເຖິງ 40,2% ໃນໄລຍະໄຕມາດທຳອິດຂອງປີ 2019 ເມື່ອທຽບກັບໄລຍະດຽວກັນຂອງປີ 2018 ຂະນະທີ່ອາເມຣິການຳເຂົ້າສິນຄ້າຈາກຈີນຫຼຸດລົງ 13,9% ຊຶ່ງເຮັດໃຫ້ຫວຽດນາມແຊງໜ້າອັງກິດຂຶ້ນມາຢູ່ໃນອັນດັບທີ 7 ຂອງປະເທດທີ່ສົ່ງອອກສິນຄ້າໄປອາເມຣິກາຫຼາຍທີ່ສຸດ.

ໂດຍປັດໄຈອື່ນໆທີ່ຈະເຮັດໃຫ້ຫວຽດນາມກ້າວຂຶ້ນມາເປັນມະຫາອຳນາດເສດຖະກິດໃໝ່ຂອງພູມີພາກກໍຄື ຄ່າແຮງຕ່ຳ ຊຶ່ງໃນເວລານີ້ຄ່າແຮງຂອງຫວຽດນາມມີມູນຄ່າພຽງ 1 ໃນ 3 ຂອງຄ່າແຮງໃນ ສປ ຈີນ ແລະ ເປັນສິ່ງດຶງດູດໃຫ້ພາກການຜະລິດຍ້າຍຖານມາຍັງ ສສ ຫວຽດນາມ ທີ່ສຳຄັນອີກໜຶ່ງກໍຄື ໃນການຈັດອັນດັບດັດຊະນີທຶນມະນຸດ ຫຼື Human Capital Index ຊຶ່ງຈັດໂດຍທະນາຄານໂລກພົບວ່າ ຫວຽດນາມມີຕົ້ນທຶນມະນຸດສູງທີ່ສຸດເປັນອັນດັບ 2 ຂອງອາຊຽນ ແລະ ຍັງມີປະຊາກອນໄວໜຸ່ມທີ່ມີອາຍຸສະເລ່ຍ 30 ປີເປັນຈຳນວນຫຼາຍ ຊຶ່ງຈະກາຍເປັນກຳລັງສຳຄັນໃນການຊຸກຍູ້ເສດຖະກິດໃນອະນາຄົດ.

ສ່ວນປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ກໍຄື ອິນໂດເນເຊຍ ມີມູນຄ່າ 963,648 ລ້ານໂດລາ ຮອງລົງມາກໍຄື ປະເທດໄທ ມີມູນຄ່າ 409,842 ລ້ານໂດລາ ສ່ວນອັນດັບ 3 ແມ່ນຟີລິບປິນ ມີມູນຄ່າ 369,108 ລ້ານໂດລາຈາກໂຕເລກ IMF ເມື່ອປີ 2016 ຂະນະທີ່ມາເລເຊຍຢູ່ໃນອັນດັບທີ 4 ອັນດັບທີ 5 ແມ່ນສິງກະໂປ ແລະ ອັນດັບທີ 6 ແມ່ນປະເທດຫວຽດນາມ.

ນອກນີ້ ຖ້າຫາກເສດຖະກິດ ແລະ ການພັດທະນາປະເທດມີການຂະຫຍາຍຕົວ ຫວຽດນາມຈະບໍ່ສາມາດຮັກສາທ່າແຮງດ້ານການແຂ່ງຂັນເລື່ອງຄ່າແຮງຕ່ຳໄດ້ອີກຕໍ່ໄປ ແລະ ຈະຖືກບີບໃຫ້ພັດທະນາເຕັກໂນໂລຊີຂອງຕົນເອງໃຫ້ກ້າວຂຶ້ນໄປພ້ອມໆກັນ ຊຶ່ງຖ້າຫາກເຮັດບໍ່ ສຳເລັດຈະຕ້ອງຕົກທ່າຮັບປະເທດທີ່ມີລາຍຮັບປານກາງໄປອີກຫຼາຍປີ ທັງນີ້ ຊາວຫວຽດນາມຖືເປັນຜູ້ບໍລິໂພກທີ່ມີຊາດນິຍົມສູງ ແລະ ຈະຊື້ສິນຄ້າພາຍໃນປະເທດເປັນສ່ວນໃຫຍ່.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...