spot_img
Homeຂ່າວຕ່າງປະເທດແມັກເຄນຊີ ຈະບໍລິຈາກຊັບສິນເຄິ່ງໜຶ່ງໃຫ້ການກຸສົນ

ແມັກເຄນຊີ ຈະບໍລິຈາກຊັບສິນເຄິ່ງໜຶ່ງໃຫ້ການກຸສົນ

Published on

ແມັກເຄນຊີ ເບຊອສ ອະດີດພັນລະຍາຂອງ ເຈຟ ເບຊອສ ຊີອີໂອຂອງບໍລິສັດອາເມຊອນ ໄດ້ອອກມາຖະແຫຼງວ່າ ນາງຈະບໍລິຈາກຊັບສິນສ່ວນຕົວຂອງນາງເຄິ່ງໜຶ່ງໃຫ້ແກ່ການກຸສົນ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ພຶດສະພາຜ່ານມາວ່າ ນາງ ແມັກເຄນຊີ ບາຊອສ ກາຍເປັນມະຫາເສດຖີຄົນຫຼ້າສຸດທີ່ອອກມາຮ່ວມແຄມເປນ ກີຟວິງ ເພລັດ (Giving Pledge)  ຫຼື ການໃຫ້ຄຳສັນຍາຕໍ່ສາທາລະນະວ່າ ຈະບໍລິຈາກຊັບສິນສ່ວນຕົວເຄິ່ງໜຶ່ງໃຫ້ແກ່ການກຸສົນຊຶ່ງມີເກືອບ 3,7 ໝື່ນລ້ານໂດລາ.

ແຄມເປນ Giving Pledge ເກີດຂຶ້ນເມື່ອປີ 2010 ທີ່ເລີ່ມໂດຍ ທ່ານ ວໍຣເຣນ ບັຟເຟຕ ແລະ ບິລ ເກຕສ 2 ມະຫາເສດຖີອັນດັບຕົ້ນໆຂອງໂລກ ແລະ ໃນປັດຈຸບັນມີເສດຖີເຂົ້າຮ່ວມເປັນສະມາຊິກແຄມເປນດ່ັງກ່າວເຖິງ 204 ຄົນ ຂະນະທີ່ຄອບຄົວຂອງ ມາຣກ ຊັກເຄີຣເບີຣກ ກໍໄດ້ອອກມາໃຫ້ຄຳສັນຍາວ່າຈະບໍລິຈາກຫຸ້ນຂອງເຟສບຸ໊ກທີ່ຖືຄອງຢູ່ເຖິງ 99%.

ສ່ວນທ່ານ ເຈຟ ເບຊອສ ຊີອີໂອຂອງອາເມຊອນ ມະຫາເສດຖີອັນດັບ 1 ຂອງໂລກ ຍັງບໍ່ໄດ້ເຂົ້າຮ່ວມໃນແຄມເປນນີ້ ແຕ່ເມື່ອປີກ່ອນ ເຈຟ ໄດ້ບໍລິຈາກເງິນ 2 ພັນລ້ານໂດລາເພື່ອຊ່ວຍຄົນຈອນຈັດ (ບໍ່ມີທີ່ຢູ່) ແລະ ຕັ້ງເຄືອຂ່າຍໂຮງຮຽນໃໝ່.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...