spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ຕຳຫຼວດມຽນມາອອກໝາຍຈັບ “ພຣະວີຣະທຸ”

ເຈົ້າໜ້າທີ່ຕຳຫຼວດມຽນມາອອກໝາຍຈັບ “ພຣະວີຣະທຸ”

Published on

ທາງການມຽນມາອອກໝາຍຈັບ “ພຣະວີຣະທຸ” ຂໍ້ຫາປຸກລະດົມສ້າງຄວາມແຕກແຍກລະຫວ່າງເຊື້ອຊາດ ແລະ ສາສະໜາ ໂດຍສະເພາະກັບຊາວໂຣຮິນຈາ.

ລາຍງານຂ່າວຕ່າງປະເທດຈາກນະຄອນຢາງກຸງ ປະເທດມຽນມາເມື່ອວັນທີ 29 ພຶດສະພາໃຫ້ຮູ້ວ່າ ສານແຂວງຕາເວັນຕົກຂອງນະຄອນຫຼວງຢາງກຸງອະນຸມັດຄຳຮ້ອງຂອງເຈົ້າໜ້າທີ່ຕຳຫຼວດອອກໝາຍຈັບ “ພຣະວີຣະທຸ”  ພຣະສົງຊື່ດັງຊາວມຽນມາ ຊຶ່ງເຄີຍຖືກຂະໜານນາມວ່າ “ບິນ ລາເດັນ ແຫ່ງມຽນມາ” ໂທດຖານເຮັດຜິດກົດໝາຍອາຍາ ມາດຕາ 124 (A) ກ່ຽວກັບການໃຊ້ຖ້ອຍຄຳຮຸນແຮງໂຈມຕີກຸ່ມບຸກຄົນໜຶ່ງແບບເຈາະຈົງ ເພື່ອປຸກລະດົມ ແລະ ຊຸກຍູ້ໃຫ້ເກີດຄວາມຄິດກຽດຊັງທາງເຊື້ອຊາດ ແລະ ສາສະໜາ.

ເຖິງແມ່ນວ່າສຳນັກງານຕຳຫຼວດໃນນະຄອນຢາງກຸ້ງຈະປະຕິເສດໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບມູນເຫດດັ່ງກ່່າວ ແຕ່ກໍເປັນທີ່ຮູ້ຈັກກັນດີຂອງຄົນໃນປະເທດ ແລະ ນອກປະເທດວ່າ ພຣະວີຣະທຸ ເຄີຍໂພສຂໍ້ຄວາມເທິງເພຊສ່ວນຕົວໃນລັກສະນະຕໍ່ຕ້ານຊາວໂຣຮິນຈາຫຼາຍຄັ້ງ ລວມເຖິງການຮຽກຮ້ອງໃຫ້ລັດຖະບານມຽນມາຈຳກັດຈຳນວນປະຊາກອນກຸ່ມມຸດສະລິມ ຈິ່ງສົ່ງຜົນໃຫ້ເຟສບຸ໊ກປິດເພຊຂອງພຣະຊື່ດັງເມື່ອຕົ້ນປີ 2018 ຜ່ານມາ ແລະ ເມື່ອຊ່ວງທ້າຍປີດຽວກັນ ເຟສບຸ໊ກກໍໄດ້ປິດເພຊຂອງ “ມະບະທະ” ຊຶ່ງເປັນອົງກອນພຣະສົງຊາດນິຍົມຂອງມຽນມາ ແລະ ບັນຊີຜູ້ໃຊ້ງານຂອງພຣະສົງຫົວຮຸນແຮງຊື່ດັງຫຼາຍອົງທີ່ເປັນສະມາຊິກຂອງມະບະທະ.

ຢ່າງໃດກໍຕາມ ພຣະວີຣະທຸ ສາມາດກັບມາດຳເນີນວຽກເທສະໜາ ແລະ ກ່າວປາໄສທົ່ວປະເທດໄດ້ຕັ້ງແຕ່ເດືອນມີນາ 2018 ຜ່ານມາ ພາຍຫຼັງຄົບກຳນົດຖືກມະຫາເຖລະສະມາຄົມຂອງມຽນມາລົງມະຕິຫ້າມເປັນເວລາ 1 ປີ ແຕ່ມະບະທະກໍໄດ້ຍຸຕິການເຄື່ອນໄຫວຢ່າງເປັນທາງການຕັ້ງແຕ່ກາງປີ 2018 ຕາມຄຳສັ່ງຂອງມະຫາເຖລະສະມາຄົມ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...