spot_img
Homeຂ່າວຕ່າງປະເທດຍີ່ປຸ່ນສັ່ງຊື້ຝູງເຮືອບິນຂັບໄລ່ F-35 ຈຳນວນ 105 ລຳຈາກອາເມຣິກາ

ຍີ່ປຸ່ນສັ່ງຊື້ຝູງເຮືອບິນຂັບໄລ່ F-35 ຈຳນວນ 105 ລຳຈາກອາເມຣິກາ

Published on

ຜູ້ນຳສະຫະລັດຊຶ່ງຢູ່ລະຫວ່າງການຢ້ຽມຢາມປະເທດຍີ່ປຸ່ນໄດ້ເປີດເຜີຍວ່າ ຈະໃຫ້ຍີ່ປຸ່ນຊື້ເຮືອບິນຂັບໄລ່ F-35 ຈຳນວນ 105 ລຳ ຊຶ່ງເປັນໂຕເລກທີ່ຫຼາຍທີ່ສຸດເມື່ອທຽບກັບປະເທດພັນທະມິດອື່ນໆຂອງອາເມຣິກາ.

ລາຍງານຂ່າວຕ່າງປະເທດເມື່ອວັນທີ 27 ພຶດສະພາຜ່ານມາໃຫ້ຮູ້ວ່າ ປະທານາທິບໍດີ ໂດນັລ ທຣັມ ຊຶ່ງພວມຢູ່ລະຫວ່າງການຢ້ຽມ ຢາມປະເທດຍີ່ປຸ່ນຢ່າງເປັນທາງການເປີດເຜີຍວ່າ ຕາມທີ່ຍີ່ປຸ່ນໄດ້ສະແດງເຈດຈຳນົງທີ່ຈະຊື້ເຮືອບິນຂັບໄລ່ລຸ້ນ F-35 ສະເຕລໃໝ່ຫຼ້າສຸດ ຈຳນວນ 105 ລຳຈາກອາເມຣິກາ ແລະ ທີ່ຕ້ອງເອີ້ນວ່າ “ສະເຕລ” ກໍເນື່ອງຈາກວ່າມັນເປັນເຮືອບິນຂັບໄລ່ທີ່ໃຊ້ງານໄດ້ຫຼາຍຮູບແບບ ຊຶ່ງຈະເຮັດໃຫ້ຍີ່ປຸ່ນເປັນປະເທດພັນທະມິດຂອງສະຫະລັດທີ່ມີຝູງບິນຂັບໄລ່ F-35 ສະເຕລຫຼາຍທີ່ສຸດ.

ທັງນີ້ ທຣັມ ກໍໄດ້ອ້າງເຖິງການເຮັດຂໍ້ຕົກລົງຄັ້ງທຳອິດເມື່ອເດືອນທັນວາ 2018 ລະຫວ່າງ ຍີ່ປຸ່ນກັບບໍລິສັດຜູ້ຜະລິດ F-35 ນັ້ນກໍຄື ລ໋ອກຮິດ ມາຣຕິນ ໂດຍລັດຖະບານຍີ່ປຸ່ນປະກາດໃນແຜນງົບປະມານຫຼ້າສຸດເມື່ອເດືອນທັນວາ 2018 ວ່າ ຈະຊື້ເຮືອບິນຂັບໄລ່ F-35 ຈຳນວນ 105 ລຳ ໂດຍສື່ທ້ອງຖິ່ນໄດ້ລາຍງານຕື່ມວ່າ ມູນຄ່າການຊື້ເຮືອບິນລຸ້ນ F-35 ຈາກອາເມຣິກາສູງກວ່າ 1 ລ້ານລ້ານເຢນ ຫຼື ປະມານ 9.100 ລ້ານໂດລາ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...