spot_img
Homeຂ່າວຕ່າງປະເທດເກີດເຫດຈະລາຈົນໃນຄຸກ 4 ແຫ່ງໃນບຣາຊິນ ມີນັກໂທດເສຍຊີວິດ 57 ລາຍ

ເກີດເຫດຈະລາຈົນໃນຄຸກ 4 ແຫ່ງໃນບຣາຊິນ ມີນັກໂທດເສຍຊີວິດ 57 ລາຍ

Published on

ນັກໂທດຕ່າງແກ້ງຍົກຂະບວນຈະລາຈົນໃນຄຸກ 4 ແຫ່ງຂອງເມືອງມາເນົາສ ທາງຕາເວັນຕົກສຽງເໜືອຂອງບຣາຊິນ ສົ່ງຜົນໃຫ້ຄົນເສຍຊີວິດ 57 ລາຍ ໃນນັ້ນ ພົບສົບ 15 ລາຍເມື່ອວັນທີ 26 ພຶດສະພາ ແລະ ພົບອີກຢ່າງໜ້ອຍ 42 ສົບເມື່ອວັນທີ 28 ພຶດສະພາຜ່ານມາ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຣິໂອເດຈາເນໂຣເມື່ອວັນທີ 28 ພຶດສະພາວ່າ ຖະແຫຼງການຂອງສຳນັກງານເຮືອນຈຳ ລັດອາມາໂຊນາສ ໄດ້ໃຫ້ຮູ້ວ່າ ເກີດເຫດຜິດຖຽງກັນລະຫວ່າງກຸ່ມນັກໂທດພາຍໃນຄຸກອານິຊິໂອ ໂຈບິມ ໃນເມືອງມາເນົາສ ເມືອງເອກຂອງລັດອາມາໂຊນາສ ເຫດການດັ່ງກ່າວເກີດຂຶ້ນຕອນທ່ຽງຂອງວັນທີ 26 ພຶດສະພາຜ່ານມາ ໂດຍເຈົ້າໜ້າທີ່ເຮືອນຈຳໄດ້ຂໍກຳລັງເສີມຈາກໜ່ວຍຄວາວມໝັ້ນຄົງຂອງລັດ ຊຶ່ງສາມາດຄວບຄຸມສະຖານະການໄດ້ພາຍໃນ 45 ນາທີ ແລະ ການກວດສອບຫຼັງເຫດການສະຫງົບກໍພົບວ່າ ມີນັກໂທດ 15 ລາຍສາຍຊີວິດ ໃນນັ້ນ ຫຼາຍຄົນຖືກແທງດ້ວຍດ້າມໄມ້ຖູແຂ້ວທີ່ຖືກດັດແປງໃຫ້ເປັນອາວຸດ ສ່ວນທີ່ເຫຼືອຖືກຮັດຄໍ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 10 ຄົນ.

ຂະນະທີ່ໂຄສົກສຳນັກງານເຮືອນຈຳລັດອາມາໂຊນາສກໍໄດ້ເປີດເຜີຍຕື່ມວ່າ ໄດ້ຮັບແຈ້ງວ່າມີນັກໂທດເສຍຊີວິດເພີ່ມຢ່າງໜ້ອຍ 42 ລາຍເມື່ອວັນຈັນທີ 27 ພຶດສະພາໃນເຮືອນຈຳ 3 ແຫ່ງຂອງເມືອງມາເນົາສຄື ອັນໂຕນິໂອ ຕຣິນດາເດ ປາຣາເກີກົວຣາ ແລະ ສູນກັກກັນຊົ່ວຄາວລັດອາມາໂຊນາສ ທັງນີ້ ສຳນັກງານກໍໄດ້ຕັ້ງຄະນະກຳມະການສອບສວນຫາສາເຫດຄວາມຮຸນແຮງທີ່ເກີດຂຶ້ນໃນເຮືອນຈຳທັງ 4 ແຫ່ງ.

ທັງນີ້ ເມື່ອເດືອນມັງກອນ 2017 ທີ່ຜ່ານມາ ກໍມີເຫດການນັກໂທດຕ່າງແກ້ງຍົກພວກຕະ ລຸມບອນກັນໃນເຮືອນຈຳຫຼາຍແຫ່ງໃນເມືອງມາເນົາສ ຕະຫຼອດໄລຍະ 3 ອາທິດມີນັກໂທດເສຍຊີວິດ 150 ລາຍ ລວມເຖິງ 60 ລາຍໃນເຮືອນຈຳອານິຊິໂອ ໂຈບິມ ທັງນີ້ ບຣາຊິນຖືເປັນປະເທດທີ່ມີປະຊາກອນນັກໂທດຫຼາຍເປັນອັນດັບ 3 ຂອງໂລກ ຮອງຈາກອາເມຣິກາ ແລະ ຈີນ ຊຶ່ງໂຕເລກຫຼ້າສຸດໃນເດືອນເມສາ 2019 ມີທັງໝົດ 712.305 ຄົນ ຊຶ່ງມີຈຳນວນຫຼາຍເກືອບ 2 ເທົ່າທີ່ເຮືອນຈຳທົ່ວປະເທດຈະສາມາດຮອງຮັບໄດ້.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AP

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...