spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ຈັບຊາວອາຟຣິກາລັກລອບໜີເຂົ້າເອີຣົບ

ເຈົ້າໜ້າທີ່ຈັບຊາວອາຟຣິກາລັກລອບໜີເຂົ້າເອີຣົບ

Published on

ເຈົ້າໜ້າທີ່ຕຳຫຼວດແອັດສະປາຍຈັບກຸມ 3 ຜູ້ລັກລອບຫຼົບໜີເຂົ້າເມືອງຈາກທະວີບອາຟຣິກາ ຊຶ່ງລີ້ຢູ່ໃນລົດທີ່ດັດແປງສະພາບດົນເຖິງ 3 ຊົ່ວໂມງ ແຕ່ກໍໜີບໍ່ລອດສາຍຕາຂອງເຈົ້າໜ້າທີ່ໄປໄດ້.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເມລີຢາ ປະເທດແອັດສະປາຍເມື່ອວັນທີ 27 ພຶດສະພາຜ່ານມາວ່າ ເຈົ້າໜ້າທີ່ຕຳຫຼວດສາມາດຈັບກຸມຜູ້ຕ້ອງສົງໄສ 3 ຄົນທີ່ພະຍາຍາມ ຫຼົບໜີເຂົ້າຈາກທະວີບອາຟຣິກາເຂົ້າມາໃນປະເທດແອັດສະປາຍ ແຕ່ໂຊກຮ້າຍຖືກເຈົ້າໜ້າທີ່ຈັບກຸມໄດ້ກ່ອນ ໂດຍເຈົ້າໜ້າທີ່ໄດ້ເປີດເຜີຍວ່າ ບໍລິເວນດ່ານຂ້າມພົມແດນຈາກໂມຣ໋ອກໂກກັບປະເທດແອັດສະປາຍໄດ້ພົບລົດຍົນ 3 ຄັນມີພິລຸດ ຈິ່ງໄດ້ເຂົ້າກວດຄົ້ນຢ່າງລະອຽດ ແລະ ກໍໄດ້ພົບວ່າມີຄົນລີ້ຊ້ອນຢູ່ພາຍໃນລົດທີ່ດັດແປງສະພາບ.

ສ່ວນຜູ້ຕ້ອງສົງໄສທີ່ຖືກຈັບກຸມມີທັງໝົດ 3 ຄົນ ຊຶ່ງປະກອບມີເດັກຍິງອາຍຸ 15 ປີ ເດັກຊາຍ 2 ຄົນ ອາຍຸ 20 ປີ ແລະ 21 ປີ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...