Homeຂ່າວພາຍ​ໃນທຄຕລ ເຊື່ອມລະບົບເອທີເອັມກັບ ທພລ

ທຄຕລ ເຊື່ອມລະບົບເອທີເອັມກັບ ທພລ

Published on

 

ທະ­ນາ­ຄານ​ການຄ້າ​ຕ່າງ­ປະ­ເທດ​ລາວມະຫາ​ຊົນ (ທຄຕລ) ເຊື່ອມໂຍງ​ລະ­ບົບ​ເອ​ທີ​ເອັມ​ກັບທະ­ນາ­ຄານ​ພັດ­ທະ­ນາລາວ

(ທພລ) ແລ້ວ​ ໝາຍ​ຄວາມ​ວ່າ​ບັດ​ເອ​ທີເອັມ​ຂອງ ທຄຕລ ແລະ ທພລ ສາ­ມາດ​ນຳ​ໃຊ້​ຮ່ວມ​ຕູ້ເອ​ທີ​ເອັມ​ນຳ​ກັນ​ໄດ້ພາຍ­

ຫຼັງ​ທີ່​ເປີດ​ເຊື່ອມໂຍງ​ຢ່າງ​ເປັນ​ທາງ​ການ​ໃນ​ມື້­ວານ​ນີ້.

 

ເຂົ້າ​ຮ່ວມ​ໃນ​ການ​ເຊື່ອມ​ໂຍງ​ລະ­ບົບເອ​ທີ​ເອັມ​ຂອງ​ສອງ​ທະ­ນາ­ຄານ​ໂດຍ ທ່ານ ຄຳ​ວົງ ທິບ​ພະ​ວົງ ຮອງ​ຜູ້​ວ່າ­ການທະ­ນາ

­ຄານ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ ທ່ານ ວັນ​ຄຳ ວໍ​ຣະ​ວົງ ຜູ້­ອຳ­ນວຍ­ການໃຫຍ່ ທຄຕລ ແລະ ທ່ານ ບົວ​ລຽນ ພົມມະ​ວົງ

­ສາ ຜູ້­ອຳ­ນວຍ­ການ​ໃຫຍ່ ທພລ ລວມ​ທັງ​ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ທັງສອງ​ຝ່າຍ​ເຂົ້າ​ຮ່ວມ.

 

ນີ້​ເປັນ​ບາດ­ກ້າວ​ສຳ­ຄັນ​ທີ່​ຈະ​ຊ່ວຍ​ຍົກ​ລະ­ດັບ​ການ​ພັດ­ທະ­ນາ​ບໍ­ລິ­ການ​ ບັດເອ​ທີ​ເອັມຂອງ​ສອງ​ທະ­ນາ­ຄານ, ໂດຍ​ສະເພາະ​

ແມ່ນ​ທະ­ນາ­ຄານ​ພັດ­ທະ­ນາ​ລາວ ສາ­ມາດ​ນຳ​ໃຊ້​ຕູ້​ເອ​ທີ​ເອັມ​ຮ່ວມ​ກັບ​ທະ­ນາ­ຄານ​ອື່ນ ​ທີ່​ໄດ້​ເປີດ​ເຊື່ອມ​ໂຍງ​ກັບ​ທະນາ​ຄານ

​ການ​ຄ້າ​ຕ່າງ­ປະ­ເທດ​ລາວ​ມະຫາ​ຊົນ​ໄປ​ກ່ອນ​ໜ້າ​ແລ້ວ​ຄື: ທະ​ນາຄານ​ສົ່ງ­ເສີມ​ກະ­ສິ­ກຳ ແລະ ທະ­ນາ­ຄານຮ່ວມ​ທຸ­ລະ​ກິດ​

ລາວ-ຫວຽດ.

 

ທ່ານ ວັນ​ຄຳ ວໍ​ຣະ​ວົງ ກ່າວ​ວ່າ: ນີ້​ຈະສາ­ມາດ​ຕອບ​ສະ­ໜອງ​ຄວາມ​ເພິ່ງ​ພໍ­ໃຈ ແລະ ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ລູກຄ້າ​

ສອດ­ຄ່ອງ​ກັບ​ລະ­ດັບ​ການ​ພັດ­ທະ­ນາ ແລະ ຄວາມ​ກ້າ​ໜ້າ​ທາງ​ດ້ານ​ເຕັກ​ໂນໂລ​ຊີ​ໃນ​ສະ­ໄໝ​ໃໝ່, ປະ­ຈຸ​ບັນ​ລູກ​ຄ້າ​ທີ່ນຳ​ໃຊ້​

ບັດ​ເອ​ທີ​ເອັມ 3,75 ແສນ​ບັດ ກວມຕະ­ຫຼາດ​ບັດ​ຫຼາຍ​ທີ່​ສຸດ​ໃນ​ລາວ ແລະ ຈະບໍ່​ຢຸດ​ການ​ເຊື່ອມ​ໂຍງ​ຍັງ​ຈະ​ສືບ­ຕໍ່​ຂະຫຍາຍ​

ກັບ​ບັນ­ດາ​ທະ­ນາ­ຄານ​ທີ່​ຍັງ​ເຫຼືອປະ­ມານ 4 ທະ­ນາ­ຄານ​ຄື​ຮ່ວມ​ພັດ​ທະນາ​ລາວ, ເອ​ັສ​ທີ​ແບັງ, ອິນ​ໂດ​ໄຊ​ນາ, ລາວ-ຝຣັ່ງ​ ທີ່​

ໄດ້​ເຊັນ​ເອັມ​ໂອ​ຢູ​ໄວ້​ແລ້ວ ຫາກ​ສຳ­ເລັດ​ຈະ​ກວມ​ເອົາ 90% ຂອງລະ­ບົບ​ຕູ້​ເອ​ທີ​ເອັມ​ພາຍ​ໃນ​ປະ­ເທດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...