spot_img
Homeຂ່າວຕ່າງປະເທດມະນຸດໂລກ! ກຽມສຳຜັດປະຫວັດສາດຂອງດາວອັງຄານ

ມະນຸດໂລກ! ກຽມສຳຜັດປະຫວັດສາດຂອງດາວອັງຄານ

Published on

ປະຫວັດສາດທີ່ຜ່ານມາຂອງດາວອັງຄານເປັນສິ່ງທີ່ນັກວິທະຍາສາດດ້ານດວງດາວໃຫ້ຄວາມສົນໃຈທີ່ສຸດ ຊຶ່ງຫຼ້າສຸດນັກວິທະຍາສາດຈາກມະຫາວິທະຍາໄລເທັກຊັສ ໃນເມືອງອອສຕິນ ແລະ ມະຫາວິທະຍາໄລອະຣິໂຊນາ ໃນອາເມຣິກາໄດ້ເປີດເຜີຍວ່າ ອາດພົບຫົນທາງທີ່ຈະໄຂປະຕູສູ່ອະດີດຂອງດາວເຄາະສີແດງ (ດາວອັງຄານ) ດວງນີ້ໄດ້.

ພາຍຫຼັງທີ່ຍານສຳຫຼວດມາຣສ ຣີຄອນເນສຊອງ ອໍຣບິເຕີ (Mars Reconnaissance Obiter-MRO) ຂອງອົງການບໍລິຫານການບິນ ແລະ ອະວະກາດແຫ່ງສະຫະລັດອາເມຣິກາ ຫຼື ອົງການນາຊາຊຶ່ງຄົ້ນພົບຊັ້ນນ້ຳກ້ອນຂະໜາດໃຫຍ່ແຫ່ງໃໝ່ ຈິ່ງສາມາດເວົ້າໄດ້ວ່ານີ້ອາດຈະເປັນເສດຊາກນ້ຳກ້ອນຂວັ້ນໂລກຈາກຍຸກບູຮານ ແລະ ອາດເປັນໜຶ່ງໃນແຫຼ່ງເກັບນ້ຳທີ່ໃຫຍ່ທີ່ສຸດຂອງດາວອັງຄານກໍເປັນໄດ້ ທີ່ສຳຄັນກໍຄື ຊັ້ນນ້ຳກ້ອນນີ້ເປັນໂຕທີ່ບັນທຶກສະພາບອາກາດທີ່ຜ່ານມາເທິງດາວອັງຄານໃນແບບດຽວກັບວົງແຫວນຕົ້ນໄມ້ທີ່ເປັນຕົວບັນທຶກສະພາບອາກາດໃນອະດີດເທິງດາວໂລກ.

ພ້ອມນີ້ ນັກວິທະຍາສາດຍັງລະບຸຕື່ມວ່າ ການສຶກສາດັ່ງກ່າວໄດ້ໃຫ້ຂໍ້ມູນທີ່ສຳຄັນກ່ຽວກັບການແລກປ່ຽນນ້ຳກ້ອນລະຫວ່າງຂວັ້ນດາວ ແລະ ເຂດໃຈກາງຂອງດາວອັງຄານ ຊຶ່ງການສຶກສາຮູບຊົງ ແລະ ອົງປະກອບຂອງຊັ້ນນ້ຳກ້ອນຂອງດາວອັງຄານກໍສາມາດບອກໄດ້ວ່າສະພາບພູມີອາກາດເມື່ອສະໄໝບູຮານໄດ້ເອື້ອອຳນວຍຕໍ່ສິ່ງມີຊີວິດທີ່ອາໄສຢູ່ ຫຼື ບໍ່?.

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...