Homeຂ່າວພາຍ​ໃນທ່ານ ສົມສະຫວາດ ເລັ່ງສະຫວັດ ຊີ້ນຳຫລາຍວຽກໃຫ້ຂະແໜງພະລັງງານ-ບໍ່ແຮ່ ສືບຕໍ່ແກ້ໄຂ

ທ່ານ ສົມສະຫວາດ ເລັ່ງສະຫວັດ ຊີ້ນຳຫລາຍວຽກໃຫ້ຂະແໜງພະລັງງານ-ບໍ່ແຮ່ ສືບຕໍ່ແກ້ໄຂ

Published on

 

ໃນໂອກາດລົງຊີ້ນຳວຽກງານຢູ່ກະຊວງພະລັງງານ ແລະ ບໍ່ແຮ່ຂອງ ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ

ເລັ່ງສະຫວັດ ໃນວັນທີ 3 ຕຸລາຜ່ານມານີ້, ທ່ານຮອງນາຍົກໄດ້ເນັ້ນຫລາຍບັນໃຫ້ຄະນະນຳກະຊວງດັ່ງກ່າວສືບຕໍ່

ແກ້ໄຂ, ໂດຍສະເພາະການພັດທະນາດ້ານພະລັງງານ ແລະ ບໍ່ແຮ່ ຕ້ອງໃຫ້ຕິດພັນກັບຜົນປະໂຫຍດສູງສຸດຂອງ

ຊາດ, ພ້ອມທັງຮັບປະກັນການຮັກສາສະພາບແວດລ້ອມ – ສັງຄົມໃຫ້ຍືນຍົງ.

 

ໃນໂອກາດນີ້, ທ່ານລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ດຣ ສຸລິວົງ ດາລາວົງ ລາຍງານໃຫ້ຮູ້ວ່າ

ລວມຍອດມູນຄ່າການຜະລິດຂອງ ຂະແໜງການພະລັງງານ ແລະ ບໍ່ແຮ່ ໃນສົກປີ 2013-2014 ປະຕິບັດໄດ້

18.653 ຕື້ກີບ, ທຽບໃສ່ສົກປີກ່ອນແມ່ນຫລຸດລົງປະມານ 3,38%, ໃນນັ້ນໄຟຟ້າເພີ່ມຂຶ້ນ 10,44%, ບໍ່ແຮ່ 8,88%

ສາເຫດ ແມ່ນຍ້ອນລາຄາແຮ່ທາດຢູ່ຕະຫລາດໂລກມີທ່າອ່ຽງຫລຸດລົງ, ສະນັ້ນບໍລິສັດລ້ານຊ້າງຈຶ່ງໄດ້ຢຸດການຂຸດ

ຄົ້ນຄຳ, ພ້ອມນັ້ນ ຖ່ານຫີນວຽງພູຄາ ໄດ້ຢຸດກິດຈະການຍ້ອນໝົດສັນຍາ ແລະ ບັນຫາອື່ນໆຈຶ່ງເຮັດໃຫ້ມູນຄ່າການ

ຜະລິດຂອງຂະແໜງບໍ່ແຮ່ບໍ່ສາມາດບັນລຸໄດ້ຕາມແຜນກຳນົດໄວ້, ຂະນະທີ່ການຄາດຄະເນປະກອບສ່ວນໃນລວມ

ຍອດຜະລິດຕະພັນພາຍໃນແຫ່ງຊາດ (GDP) ປະມານ 12% ແລະ ຄາດຄະເນໝົດສົກປີ 2013-2014 ຈະສາມາດສົ່ງ

ອອກກະແສໄຟຟ້າ ແລະ ແຮ່ທາດໄດ້ປະ ມານ 2.189,61 ລ້ານໂດລາສະຫະລັດ.

 

ໂອກາດນີ້, ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ໃຫ້ກຽດໂອ້ລົມ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມ

ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຄະນະນຳ ແລະ ພະນັກງານກະຊວງພະລັງງານ ແລະ ບໍ່ແຮ່ ຍາດມາ ໄດ້ໃນໄລຍະ

ຜ່ານມາ, ຂະນະດຽວກັນກໍໄດ້ເນັ້ນໃຫ້ຄະນະນຳ ແລະ ພະນັກງານກະຊວງດັ່ງກ່າວເອົາໃຈໃສ່ການກະກຽມຄວາມພ້ອມ

ເຂົ້າເປັນປະຊາຄົມເສດຖະກິດອາຊຽນ ຂອງຂະແໜງການພະລັງງານ ໂດຍສະເພາະບັນຫາການຊື້-ຂາຍໄຟຟ້າກັບ

ປະເທດສິງກະໂປ, ການກຳນົດວິໄສທັດຮອດປີ 2030, ຍຸດທະສາດແຕ່ປີ 2016-2020 ຕ້ອງ ໃຫ້ຂະແໜງການພະລັງ

ງານຕົວຢ່າງໃນການຫັນໄປສູ່ອຸດສະຫະກຳທັນສະໄໝ, ນອກຈາກນີ້ ຮອງນາຍົກກໍເນັ້ນໃຫ້ກວດກາຄືນ ການບັນດາ

ຮູບແບບການລົງທຶນ ແລະ ພັດທະນາໃນຂະແໜງການພະລັງງານ ແລະ ບໍ່ແຮ່ ວ່າເໝາະສົມສອດຄ່ອງກັບເງື່ອນໄຂ

ໃນປັດຈຸບັນ ຫລື ບໍ່ ໂດຍສະເພາະກວດກາຄືນກ່ຽວກັບການກໍ່ສ້າງເຂື່ອນຂະໜາດ 15 ເມກາວັດຢູ່ແຕ່ລະແຂວງ

ແມ່ນມີປະສິດທິຜົນ ຫລື ບໍ່ ? ພ້ອມນີ້, ກໍຕ້ອງເອົາໃຈໃສ່ສ້າງຊັບພະຍາກອນມະນຸດໃນຂະແໜງການຂອງຕົນໃຫ້

ຫລາຍ ເນື່ອງຈາກວ່າພາຍຫລັງເຂື່ອນໄຟຟ້າໝົດອາຍຸສຳປະທານ ພວກເຮົາຕ້ອງໄດ້ເປັນຜູ້ຄຸ້ມຄອງເອງທົງໝົດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...