Homeຂ່າວຕ່າງປະເທດຊາຍຊາວອາເມຣິກາຖືກສະຫຼາມທຳຮ້າຍເສຍຊີວິດ

ຊາຍຊາວອາເມຣິກາຖືກສະຫຼາມທຳຮ້າຍເສຍຊີວິດ

Published on

ເມື່ອເວລາປະມານ 8:30 ໂມງ (ຕາມເວລາທ້ອງຖິ່ນ) ຂອງວັນທີ 25 ພຶດສະພາຜ່ານມາ ໄດ້ເກີດເຫດເສົ້າສະຫຼົດເມື່ອຊາຍຊາວອາເມຣິກາໄວ 65 ປີຖືກສະຫຼາມຈູ່ໂຈມ (ກັດ) ຈົນເສຍຊີວິດຂະນະລົງຫຼິ້ນນ້ຳທະເລທີ່ຫາດ Kaanapali ນອກແຄມຝັ່ງເກາະເມົາວີ ຊຶ່ງເປັນເກາະຂະໜາດໃຫຍ່ອັນດັບສອງຂອງລັດຮາວາຍ ແລະ ຖືເປັນເຫຍື່ອລາຍທຳອິດທີ່ຖືກສະຫຼາມກັດໃນຮອບ 4 ປີຂອງລັດດັ່ງກ່າວ.

ເຫດການດັ່ງກ່າວເກີດຂຶ້ນຂະນະທີ່ຊາຍຄົນດັ່ງກ່າວລົງຫຼິ້ນນ້ຳຫ່າງຈາກແຄມຝັ່ງປະມານ 50 ແມັດ ຂະນະທີ່ຜູ້ຊ່ຽວຊານກ່ຽວກັບສະຫຼາມໄດ້ອອກມາເປີດເຜີຍວ່າ ສະຫຼາມທີ່ທຳຮ້າຍຊາຍຄົນນີ້ຈົນເຖິງຂັ້ນເສຍຊີວິດແມ່ນສະຫຼາມເສືອ ຊຶ່ງເປັນສາຍພັນສະຫຼາມທີ່ດຸຮ້າຍທີ່ສຸດ.

ລາຍງານຂ່າວດຽວກັນລະບຸອີກວ່າ ເຈົ້າໜ້າທີ່ຍັງບໍ່ໄດ້ເປີດເຜີຍຊື່ຂອງຜູ້ເຄາະຮ້າຍລາຍນີ້ ບອກພຽງວ່າຊາຍຄົນດັ່ງກ່າວຖືກສະຫຼາມທຳຮ້າຍຈົນໄດ້ຮັບບາດເຈັບສາເຫັດ ແລະ ຖືກຊ່ວຍປະຖົມພະຍາບານຂັ້ນພື້ນຖານດ້ວຍການປ້ຳຫົວໃຈ (CPR) ກູ້ຊີບພາຍຫຼັງທີ່ຖືກນຳຂຶ້ນຈາກນ້ຳ ແຕ່ກໍບໍ່ສາມາດຊ່ວຍຊີວິດຊາຍຄົນນີ້ໄດ້.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...