Homeຂ່າວຕ່າງປະເທດນາຊາລະບຸ ອຸກາບາດລະເບີດເໜືອນ່ານຟ້າອົດສະຕຣາລີທຽບເທົ່າລະເບີດນິວເຄລຍ

ນາຊາລະບຸ ອຸກາບາດລະເບີດເໜືອນ່ານຟ້າອົດສະຕຣາລີທຽບເທົ່າລະເບີດນິວເຄລຍ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ພຶດສະພາ 2019 ໂດຍອ້າງການເປີດເຜີຍຂອງອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ ຫຼື ນາຊາ ສະຫະລັດອາເມຣິກາໄດ້ອອກມາຢັ້ງຢືນວ່າ ມີອຸກາບາດຂະໜາດເທົ່າກັບລົດໃຫຍ່ລູກໜຶ່ງພຸ່ງຜ່ານທ້ອງຟ້າໃນເຂດພື້ນທີ່ແຄມຝັ່ງທາງໃຕ້ຂອງອົດສະຕຣາລີເມື່ອວັນທີ 21 ພຶດສະພາຜ່ານມາກ່ອນຈະລະເບີດກາງອາກາດແລ້ວຕົກລົງທະເລຫ່າງຈາກແຄມຝັ່ງ ເກຣຕ ອົດສະຕຣາລີ ໄບ ປະມານ 300 ກີໂລແມັດ.

ທັງນີ້ ການເປີດເຜີຍຂອງສູນເພື່ອການສຶກສາວັດຖຸໃກ້ໂລກ ຫຼື CNDOS ຂອງນາຊາ ໂດຍອຸກາບາດໜ່ວຍນີ້ໄດ້ເຂົ້າສູ່ຊັ້ນບັນຍາ ກາດໂລກດ້ວຍຄວາມໄວ 11,5 ກີໂລແມັດຕໍ່ວິນາທີຊຶ່ງໄວກວ່າຄວາມໄວສຽງ ແລະ ປົດປ່ອຍພະລັງງານປະມານ 1,6 ກີໂທຕັນທີເອັນທີ ຊຶ່ງທຽບເທົ່າກັບລະເບີດນິວເຄລຍຂະໜາດນ້ອຍຂະນະທີ່ມັນລະເບີດໃນເວລາປະມານ 23:24 ໂມງ (ຕາມເວລາທ້ອງຖິ່ນ).

ຢ່າງໃດກໍຕາມ ສາສະດາຈານ ຟິລ ແບຣນ ຈາກມະຫາວິທະຍາໄລເຄີຣຕິນ ໄດ້ລະບຸວ່າ ອຸກາບາດໜ່ວຍນີ້ລະເບີດຢູ່ໃນລະດັບຄວາມສູງ 31,5 ກີໂລແມັດ ຊຶ່ງຫ່າງໄກກວ່າທີ່ມັນຈະສ້າງຄວາມເສຍຫາຍໃນລະດັບຮຸນແຮງ ຊຶ່ງຕ່າງຈາກອຸກາບາດທີ່ລະເບີດເໜືອແຄວ້ນ ເຊລຢາບິນສ ໂອບລາສ ຂອງຣັດເຊຍເມື່ອປີ 2013 ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຈາກແຮງລະເບີດຫຼາຍກວ່າ 1.000 ຄົນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...