spot_img
Homeຂ່າວຕ່າງປະເທດ“ປໍຣະສິດ” ຄວ້າລາງວັນສູງສຸດຄັ້ງທຳອິດໃນເທສະການຮູບເງົາເມືອງຄານຄັ້ງທີ 72

“ປໍຣະສິດ” ຄວ້າລາງວັນສູງສຸດຄັ້ງທຳອິດໃນເທສະການຮູບເງົາເມືອງຄານຄັ້ງທີ 72

Published on

ຮູບເງົາເລື່ອງ ປໍຣະສິດ “Parasite” ກຳກັບໂດຍ ບົງ ຮຸນໂຮ ສ້າງປະຫວັດສາດໃຫ້ວົງການຮູບເງົາ ສ.ເກົາຫຼີ ໂດຍຄວ້າໄດ້ລາງວັນປາຣມທອງຄຳ (ຮູບເງົາດີເດັ່ນ) ຄັ້ງທີ 72 ຖືເປັນຮູບເງົາຈາກ ສ.ເກົາຫຼີ ທີ່ຄວ້າລາງວັນສູງສຸດໃນເທສະການເມືອງຄານເປັນຄັ້ງທຳອິດ ໂດຍຜົນການຕັດສິນຂອງຄະນະກຳມະການນາໆຊາດ 9 ທ່ານ.

ຂະນະທີ່ ບົງ ຈຸນໂຮ ຖືເປັນຊາວ ສ.ເກົາຫຼີ ຄົນທຳອິດທີ່ຄວ້າລາງວັນສູງສຸດໃນເທສະການຮູບເງົາເມືອງຄານ ໃນຖານະຜູ້ກຳກັບຮູບເງົາເລື່ອງປໍຣະສິດ ຊຶ່ງເປັນຮູບເງົາຕະຫຼົກ-ສຽດສີສັງຄົມ ຫຼັງຈາກທີ່ກ່ອນໜ້ານີ້ ປາຣກ ຊານວຸກ ເຄີຍຄວ້າລາງວັນ ກຣັງປຣີ ຊຶ່ງເປັນລາງວັນສູງສຸດອັນດບ 2 ຂອງເທສະການຮູບເງົາເມືອງຄານຈາກຮູບເງົາແນວສະຫຍອງຂວັນເລື່ອງ “Old Boy” ເມື່ອປີ 2004.

ໂດຍຜູ້ກຳກັບຄົນເກັ່ງໄດ້ກ່າວວ່າ “ຕົນເອງບໍ່ໄດ້ກຽມຕົວມາກ່ອນສຳລັບການຂຶ້ນມາກ່າວຢູ່ຝຣັ່ງ ແຕ່ຕົນເອງໄດ້ຮັບແຮງບັນດານໃຈຈາກຮູບເງົາຝຣັ່ງຫຼາຍເລື່ອງ ທັງນີ້ ປໍຣະສິດ ຄື ຮູບເງົາຜະຈົນໄພທີ່ໜ້າພິດສະຫວົງສຳລັບຂ້ອຍ” ພ້ອມນີ້ ຈຸນໂຮ ກໍໄດ້ກ່າວຂອບໃຈ ແລະ ຍົກຍ້ອງທີມງານທີ່ຮ່ວມສ້າງຜົນງານນີ້ຮ່ວມກັນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...