Homeຂ່າວຕ່າງປະເທດ3 ສາຍການບິນຂອງ ສປ ຈີນ ຟ້ອງຄ່າເສຍຫາຍຈາກໂບອິງ

3 ສາຍການບິນຂອງ ສປ ຈີນ ຟ້ອງຄ່າເສຍຫາຍຈາກໂບອິງ

Published on

3 ສາຍການບິນຍັກໃຫຍ່ຂອງ ສປ ຈີນຄື ແອຣໄຊນາ ໄຊນາ ເຊົາເທີຣນ ແອຣລາຍ ແລະ ໄຊນາ ອິສເທິຣນ ແອຣລາຍ ເດີນໜ້າຟ້ອງຮ້ອງຮຽກຄ່າເສຍຫາຍຈາກບໍລິສັດໂບອິງຂອງອາເມຣິກາ ກໍລະນີທີ່ໂບອິງມີຄຳສັ່ງໂຈະການໃຊ້ງານເຮືອບິນລຸ້ນ 737 MAX ທີ່ພົບບັນຫາດ້ານຄວາມປອດໄພ ອັນໄດ້ສົ່ງຜົນໃຫ້ເຮືອບິນລຸ້ນ 737 max 8 ຂອງສາຍການບິນເອທິໂອປຽນ ແອຣລາຍ ແລະ ສາຍການບິນ ໄລອອນ ແອຣ ປະສົບອຸບັດເຫດຈົນມີຜູ້ເສຍຊີວິດເຖິງ 346 ລາຍ.

ສຳລັບສາຍການບິນ ໄຊນາ ອິສເທີຣນ ກໍໄດ້ລະບຸວ່າ ໄດ້ຍື່ນຄຳຮ້ອງໄປຍັງບໍລິສັດໂອອິງແລ້ວ ແຕ່ບໍ່ໄດ້ເປີດເຜີຍຕົວເລກຈຳນວນເງິນຄ່າເສຍຫາຍທີ່ຕ້ອງການໃຫ້ໂບອິງຊົດເຊີຍ ໂດຍສາຍການບິນ ໄຊນາ ອິສເທີຣນ ມີເຮືອບິນລຸ້ນດັ່ງກ່າວປະຈຳການ 14 ລຳ ຂະນະທີ່ສາຍການບິນ ໄຊນາ ເຊົາເທີຣນ ມີເຖິງ 24 ລຳ ແລະ ສາຍການເບິນ ແອຣໄຊນາ ມີ 15 ລຳ.

ທັງນີ້ ທັງ 3 ສາຍການບິນໄດ້ຖືກໂບອິງສັ່ງໂຈະໃຊ້ງານຈົນກວ່າຈະມີການປ່ຽນແປງດ້ານຄວາມປອດໄພ ຊຶ່ງໄດ້ສົ່ງຜົນໃຫ້ສາຍການບິນໄດ້ຮັບຄວາມເສຍຫາຍຈາກກໍລະນີທີ່ບໍ່ສາມາດນຳເຮືອບິນລຸ້ນດັ່ງກ່າວທີ່ເຂົ້າມາປະຈຳການໃນຝູງບິນອອກໃຫ້ບໍລິການແກ່ຜູ້ໂດຍສານ.

ການສັ່ງໂຈະໃຊ້ງານເຮືອບິນລຸ້ນ 737 MAX ທຸກລຳທີ່ເຂົ້າປະຈຳການໃນສາຍການບິນຕ່າງໆທົ່ວໂລກແມ່ນໄດ້ຖືກນັກວິເຄາະປະເມີນວ່າ ເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ກັບສາຍການບິນຕ່າງໆຊຶ່ງຄິດເປັນມູນຄ່າລວມຫຼາຍຮ້ອຍລ້ານໂດລາແລ້ວ ທັງນີ້ ໂບອິງໄດ້ມອບຄືນເຮືອບິນລຸ້ນດັ່ງກ່າວແລ້ວເຖິງ 393 ລຳ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...