Homeຂ່າວຕ່າງປະເທດຈີນໄລ່ປົດ ພະນັກງານຜີ ກິນເງິນເດືອນລັດແຕ່ບໍ່ເຮັດວຽກ 160,000 ກ່ວາຄົນ!

ຈີນໄລ່ປົດ ພະນັກງານຜີ ກິນເງິນເດືອນລັດແຕ່ບໍ່ເຮັດວຽກ 160,000 ກ່ວາຄົນ!

Published on

 

ມາດຕະການຕອບສະໜອງນະໂຍບາຍປາບປາມການສໍ້ລາດບັງຫລວງ ຂອງປະທານາທິບໍດີ ສີ ຈິ້ນ ຜິງ ລ່າສຸດຄື

ການໄລ່ປົດເຈົ້າໜາທີ່ຂອງລັດ ທີ່ຮັບເງິນເດືອນແຕ່ບໍ່ເຮັດວຽກ ຈຳນວນ 162,629 ອັດຕາ.

 

ສື່ຕ່າງປະເທດລາຍງານ ໃນວັນທີ 7 ຕຸລານີ້ວ່າ ທາງການຈີນໄດ້ເອີ້ນກຸ່ມເຈົ້າໜ້າທີ່ ຜູ້ທີ່ກິນເງິນເດືອນຂອງລັດ ແຕ່

ບໍ່ມາເຮັດວຽກດັ່ງກ່າວນີ້ວ່າ ” ພະນັກງານຜີ ” ໂດຍຜີຈຳນວນແສນກ່ວາອັດຕາທີ່ຖືກປົດ ສ່ວນໃຫຍ່ກວດພົບໃນ

ແຂວງເຫີເປີ່ຍ ເຖິງ 55,793 ຄົນ, ແຂວງເສສວນ 28,466 ຄົນ ແລະ ໃນແຂວງເຫີໜານ ອີກຈຳນວນ 15,022 ຄົນ

ໃນຂະນະທີ່ນະຄອນຫລວງປັກກິ່ງ ພົບເຈົ້າໜ້າທີ່ຜີທີ່ມີຢູ່ໃນສຳນັກງານ ເກີນຄວາມຈຳເປັນເຖິງ 531 ຄົນ ແຕ່ໄລ່

ອອກແລ້ວ 327 ລາຍ ສ່ວນໃນນະຄອນຊຽງໄຮ້ ແລະ ທິເບດ ແມ່ນບໍ່ມີເຈົ້າໜ້າທີ່ຜີແຕ່ປະການໃດ.

 

ສື່ຂອງໜັງສືພິມປະຊາຊົນ ສຽງຂອງສູນກາງພັກກອມມູນິດຈີນໄດ້ລາຍງານວ່າ ປັນຫາເລື່ອງເຈົ້າໜ້າທີ່ຂອງລັດ

ທີ່ຮັບເງິນເດືອນຈາກງົບປະມານ ແຕ່ບໍ່ເຮັດວຽກ ແມ່ນເປັນບັນຫາໜຶ່ງທີ່ໄດ້ຮັບການລາຍງານຢ່າງຕໍ່ເນື່ອງ.

 

ນອກຈາກນີ້ ລາຍງານຍັງໄດ້ລະບຸອີກວ່າ ທາງການຈີນໄດ້ບົດທຳລາຍລົດຂອງລັດ ຈຳນວນ 114,418 ຄັນອີກດ້ວຍ

ເຊິ່ງຈົ່ງໄວ້ພຽງແຕ່ສະເພາະຄັນທີ່ໃຊ້ງານໄດ້ພິເສດ ເພື່ອຕັດປັນຫາເລື່ອງຄ່າໃຊ້ຈ່າຍ ຫລັງຖືກຮ້ອງຮຽນມາຫລາຍ

ກ່ຽວກັບການນຳໃຊ້ງົບປະມານຂອງລັດໃນທາງທີ່ບໍ່ຖືກຕ້ອງ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...