Homeຂ່າວຕ່າງປະເທດນະເຣນທຣາ ໂມດີ ເປັນນາຍົກອິນເດຍຕໍ່ອີກ 5 ປີ

ນະເຣນທຣາ ໂມດີ ເປັນນາຍົກອິນເດຍຕໍ່ອີກ 5 ປີ

Published on

ທ່ານ ນະເຣາທຣາ ໂມດີ ປະກາດໄຊຊະນະການເລືອກຕັ້ງທົ່ວໄປແລ້ວ ຫຼັງຈາກຜົນການນັບຄະແນນຢ່າງບໍ່ເປັນທາງການອອກມາວ່າ ພັກຂອງ ໂມດີ ໄດ້ຄະແນນສຽງຫຼາຍກວ່າພັກຄູ່ແຂ່ງຢ່າງຖະຫຼົ່ມຖະລາຍ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 23 ພຶດສະພາຜ່ານມາວ່າ ທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍໄດ້ອອກມາປະກາດໄຊຊະນະການເລືອກຕັ້ງທົ່ວໄປຄັ້ງໃຫຍ່ທີ່ສຸດໃນໂລກ ຊຶ່ງໄດ້ເລີ່ມມາແຕ່ຕົ້ນເດືອນເມສາຜ່ານມາ ພາຍຫຼັງທີ່ຜົນນັບຄະແນນຢ່າງບໍ່ເປັນທາງການອອກມາວ່າ ພັກ BJP ໄດ້ຄະແນນສຽງຖະຫຼົ່ມຖະລາຍຊຶ່ງສາມາດຍາດບ່ອນນັ່ງໃນລັດຖະສະພາໄດ້ເຖິງ 300 ບ່ອນນັ່ງຈາກທັງໝົດ 543 ບ່ອນນັ່ງ ທັງນີ້ ຈິ່ງສົ່ງຜົນໃຫ້ ທ່ານ ນະເຣນທຣາ ໂມດີ ໄດ້ເປັນນາຍົກລັດຖະມົນຕີຕໍ່ໄປເປັນເວລາ 5 ປີ.

ໂດຍການເລືອກຕັ້ງໃຫຍ່ທົ່ວໄປຂອງອິນເດຍໄດ້ເລີ່ມມາແຕ່ຕົ້ນເດືອນເມສາຫາວັນທີ 19 ພຶດສະພາ 2019 ຜ່ານມາ ໂດຍມີຜູ້ທີ່ມີສິດເລືອກຕັ້ງເຖິງ 600 ລ້ານຄົນ ຖືວ່າເປັນການເລືອກຕັ້ງຄັ້ງໃຫຍ່ທີ່ສຸດໃນໂລກ ແລະ ຖືກຄາດຄະເນວ່າເປັນການລົງປະຊາມະຕິທາງອ້ອມວ່າ ປະຊາຊົນຍອມຮັບນະໂຍບາຍສາຍຊາດນິຍົມຂອງ ໂມດີ ຫຼື ບໍ່? ຊຶ່ງຜົນທີ່ອອກມາກໍປາກົດວ່າ ໂມດີ ບໍ່ພຽງແຕ່ເຮັດໄດ້ເກີນຄາດໝາຍຂອງເອັກຊິດໂພ ແຕ່ຍັງໄດ້ຄະແນນໂຫວດຫຼາຍກວ່າການເລືອກຕັ້ງເມື່ອປີ 2014 ອີກດ້ວຍ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...