Homeຂ່າວຕ່າງປະເທດຫວຽດນາມ - ຣັດເຊຍ ຫວັງບັນລຸເຂດການຄ້າເສລີ ຕັ້ງເປົ້າມູນຄ່າການຄ້າປີໜ້າ 7,000 ລ້ານໂດລາ

ຫວຽດນາມ – ຣັດເຊຍ ຫວັງບັນລຸເຂດການຄ້າເສລີ ຕັ້ງເປົ້າມູນຄ່າການຄ້າປີໜ້າ 7,000 ລ້ານໂດລາ

Published on

 

ຫວຽດນາມ ແລະ ລັດເຊຍ ພະຍາຍາມທີ່ຈະກະຕຸ້ນມູນຄ່າການຄ້າທະວິພາຄີໃຫ້ໄດ້ 7,000 ລ້ານໂດລາ ໃນປີ 2015 ແລະ

ເພີ່ມເປັນ 10,000 ລ້ານໂດລາໃນປີ 2020.

 

ແຫລ່ງຂ່າວຕ່າງປະເທດລາຍງານ ໃນວັນທີ 6 ຕຸລາ 2014 ນີ້ ໂດຍອ້າງຕາມການລະບຸຂອງ ທ່ານ ດ່ວານ ຊວີ ເຄືອງ ຮອງ

ປະທານສະພາການຄ້າ ແລະ ອຸດສາຫະກຳຫວຽດນາມວ່າ ທັງສອງຝ່າຍພະຍາຍາມທີ່ຈະບັນລຸການເຈລະຈາຂໍ້ຕົກລົງເຂດ

ການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບອາກອນເບລາຣຸສ ຄາຊັກສະຖານ ແລະ ຣັດເຊຍ ເຊິ່ງຫາກຂໍ້ຕົກລົງ

ດັ່ງກ່າວໄດ້ລົງນາມກັນແລ້ວ ຈະເຮັດໃຫ້ເປົ້າໝາຍມູນຄ່າການຄ້າທະວິພາຄີໃນປີ 2015 ແລະ ປີ 2020 ສາມາດບັນລຸງໄດ້.

 

ໃນກອງປະຊຸມທຸລະກິດຫວຽດນາມ – ຣັດເຊຍ ທີ່ຈັດຂຶ້ນໃນນະຄອນຫລວງຮ່າໂນ້ຍ ທ່ານ ອັນເດຣ ກັອບຕຸນ ເອກອັກຄະ

ລັດຖະທູດຣັດເຊຍປະຈຳຫວຽດນາມໄດ້ກ່າວວ່າ ໃນຊ່ວງບໍ່ພໍເທົ່າໃດປີຜ່ານມາ ຫວຽດນາມໄດ້ເປັນໜຶ່ງໃນພາກພື້ນອາຊີ

ປາຊີຟິກ ທີ່ຣັດເຊຍໄດ້ໃຫ້ຄວາມສຳຄັນເປັນອັນດັບຕົ້ນໆໃນດ້ານເສດຖະກິດ ແລະ ການເມືອງ.

 

ກອງປະຊຸມທຸລະກິດຫວຽດນາມ – ຣັດເຊຍ ແມ່ນມີບໍລິສັດຂອງຣັດເຊຍເຂົ້າຮ່ວມ 25 ລາຍ ແລະ ຕ້ອງການຫາໂອກາດ

ໃນການດຳເນີນທຸລະກິດກັບບໍລິສັດຂອງຫວຽດນາມ ໃນດ້ານເຕັກໂນໂລຊີ, ການສື່ສານ ແລະ ໂທລະຄົມມະນາຄົມ, ສຸຂະ

ພາບ ແລະ ການຢາ, ສິ່ງແວດລ້ອມ, ພະລັງງານ, ເຄື່ອງກົນຈັກ, ອຸດສາຫະກຳລົດຍົນ, ການແຍກໂລຫະອອກຈາກແຮ່,

ນ້ຳມັນເຊື້ອໄຟ ແລະ ອາຍແກັສ ດັ່ງນີ້ເປັນຕົ້ນ.

 

ໃນປີ 2013 ຜ່ານມາ ມູນຄ່າການຄ້າທະວິພາຄີລະຫວ່າງຫວຽດນາມ ແລະ ຣັດເຊຍ ມີຫລາຍເກືອບ 4,000 ລ້ານໂດລາ

ໃນຂະນະທີ່ຕົວເລກໃນຊ່ວງ 7 ເດືອນທຳອິດຂອງປີ 2014 ແມ່ນຢູ່ປະມານ 2,000 ລ້ານໂດລາ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...