Homeຂ່າວພາຍ​ໃນງານລ້ຽງສະເຫຼີມສະຫຼອງການຂຶ້ນຄອງລາດຂອງ ສົມເດັດພະເຈົ້າຈັກກະພັດ ນາຣຸຮິໂຕະ

ງານລ້ຽງສະເຫຼີມສະຫຼອງການຂຶ້ນຄອງລາດຂອງ ສົມເດັດພະເຈົ້າຈັກກະພັດ ນາຣຸຮິໂຕະ

Published on

ງານລ້ຽງໄດ້ຖືກຈັດຂຶ້ນໂດຍ ພະນະທ່ານ ທາເຄຊິ ຮິຄິຮາຣະ, ເອກອັກຄະຣາຊະຍີ່ປຸ່ນ ປະຈໍາ ສປປ ລາວ, ໃນວັນທີ 23 ພຶດສະພາ 2019 ທີ່ບ້ານທູດຍີ່ປຸ່ນ ໃນ ນະຄອນຫຼວງວຽງຈັນ, ເພື່ອສະເຫຼີມສະຫຼອງການຂຶ້ນຄອງລາດຂອງ ສົມເດັດພະເຈົ້າຈັກກະພັດຍີ່ປຸ່ນ ນາຣຸຮິໂຕະ ໃນວັນທີ 1 ພຶດສະພາ 2019.

ເຂົ້າຮ່ວມງານລ້ຽງດັ່ງກ່າວປະກອບມີ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ; ພະນະທ່ານນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ; ພະນະທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ; ພະນະທ່ານ ເຄນທອງ ນວນທະສິງ, ຮອງປະທານຄະນະກໍາມາທິການຕ່າງປະເທດ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ; ພະນະທ່ານ ປອນເມກ ດາລາລອຍ, ອະດີດປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ; ແລະ ແຂກຜູ້ມີກຽດຈາກທັງພາກລັດ ແລະ ເອກະຊົນ.

ໃນບົດກ່າວເປີດງານ, ທ່ານທູດ ຮິຄິຮາຣະ ໄດ້ແນະນໍາກ່ຽວກັບຍຸກສະໄໝໃໝ່ທີ່ຊື່ວ່າ ‘Reiwa,’ ເຊິ່ງມີຄວາມໝາຍວ່າ ‘ຄວາມສາມັກຄີອັນສວຍສົດງົດງາມ,’ ແລະ ໄດ້ອະທິບາຍວ່າຊື່ດັ່ງກ່າວແມ່ນໄດ້ມາຈາກບົດກາບກອນໃນປຶ້ມ Manyoshu, ໜັງສືທີ່ລວບລວມກາບກອນທີ່ເກົ່າແກ່ທີ່ສຸດຂອງ ຍີ່ປຸ່ນ ທີ່ມີອາຍຸຫຼາຍກວ່າ 1,200 ປີ.

ຕໍ່ມາ, ທ່ານທູດຍັງໄດ້ກ່າວກ່ຽວກັບປະຫວັດສາດອັນອຸດົມສົມບູນຂອງ ຍີ່ປຸ່ນ​ ແລະ ສາຍພົວພັນສອງຝ່າຍຮ່ວມກັບ ສປປ ລາວ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງມາຕະຫຼອດໄລຍະເວລາ 30 ປີໃນຍຸກສະໄໝ Heisei, ພາຍໃຕ້ ອະດີດສົມເດັດພະເຈົ້າຈັກກະພັດອົງກ່ອນ. ຍັງມີການເນັ້ນໜັກໃຫ້ເຫັນເຖິງຄວາມສໍາຄັນຂອງການແລກປ່ຽນຢ້ຽມຢາມ ສປປ ລາວ ຫຼາຍຄັ້ງຂອງ ລາດຊະວົງຍີ່ປຸ່ນ, ອັນລວມມີການສະເດັດຢ້ຽມຢາມ ລາວ ໃນປີ 2012 ຂອງ ສົມເດັດພະເຈົ້າຈັກກະພັດ ນາຣຸຮິໂຕະ, ແລະ ອົງມົງກຸດຣາຊະກຸມມານ ອາກິຊິໂນະ ທີ່ຊົງສະເດັດມາຢ້ຽມຢາມ ລາວ ເຖິງ 3 ຄັ້ງນັບຕັ້ງແຕ່ປີ 1999.

ສຸດທ້າຍ, ທ່ານທູດໄດ້ອວຍພອນໃຫ້ສາຍພົວພັນສອງຝ່າຍ ແລະ ຄວາມສາມັກຄີລະຫວ່າງປະຊາຊົນລາວ ແລະ ຍີ່ປຸ່ນ ຈົ່ງແໜ້ນແຟ້ນຍິ່ງຂຶ້ນ ຕາມຄວາມໝາຍທີ່ສື່ບອກໃນຊື່ຂອງຍຸກສະໄໝໃໝ່ ‘Reiwa.’ ທ່ານທູດຍັງໄດ້ຖືໂອກາດຂອບໃຈລັດຖະບານລາວ, ທູຕານຸທູດ, ຄົນຍີ່ປຸ່ນໃນລາວ ແລະ ປະຊາຊົນລາວທຸກຄົນທີ່ຮ່ວມລົງນາມສະແດງຄວາມຍິນດີຕໍ່ວາລະອັນພິເສດນີ້.

 

 

 

 

ແຫຼ່ງຂໍ້ມູນ: ສະຖານທູດ ຍີ່ປຸ່ນ ແຫ່ງ ສປປ ລາວ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...