Homeຂ່າວຕ່າງປະເທດສະພາເອີຣົບຈັດເລືອກຕັ້ງ ເລ່ັງແກ້ໄຂຫຼາຍບັນຫາ

ສະພາເອີຣົບຈັດເລືອກຕັ້ງ ເລ່ັງແກ້ໄຂຫຼາຍບັນຫາ

Published on

ການເລືອກຕັ້ງສະມາຊິກສະພາເອີຣົບຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ພຶດສະພາ 2019 ນີ້ ຖືເປັນການເລືອກຕັ້ງຄັ້ງທີ 9 ນັບແຕ່ປີ 1979 ໂດຍທີ່ນັ່ງຂອງສະມາຊິກໃນລັດຖະສະພາເອີຣົບ 715 ບ່ອນນັ່ງມາຈາກຜູ້ແທນຊາດສະມສາຊິກສະພາເອີຣົບ 28 ປະເທດ ຈຳນວນປະຊາກອນລວມປະມານ 512 ລ້ານຄົນ ສ່ວນສະມາຊິກສະພາເອີຣົບກ່ອນການເລືອກຕັ້ງຄັ້ງນີ້ ພັກຈາກປະເທດເຟຍລະມັນມີສະມາຊິກສະພາເຖິງ 217 ບ່ອນນັ່ງ ແລະ ພັກປະສົມຈາກເນເທີແລນກັບພັກສາາລະນະລັດເຊັກມີ 76 ບ່ອນນັ່ງ ຂະນະທີ່ພັກຈາກແບນຊິກມີ 68 ບ່ອນນ່ັງ ພັກຈາກສະໂລວີເນຍມີ 52 ບ່ອນນັ່ງ ແລະ ພັກປະສົມຈາກເນເທີແລນ ແລະ ເຢຍລະມັນມີ 52 ບ່ອນນັ່ງ.

ຂະນະທີ່ບັນຫາທ້າທາຍຂອງຊາດສະມາຊິກສະພາເອີຣົບທີ່ຍັງຄົງເປັນປະເດັນເຄ່ັງຕຶງກໍຄື ເລື່ອງອຸດສາຫະກຳ ຊຶ່ງການເລັ່ງຫຼຸດຊ່ອງຫວ່າງຄວາມທຸກຍາກລະຫວ່າງຊາດສະມາຊິກ ລວມເຖິງບັນຫາການບິດເບືອນຂໍ້ມູນ-ຂ່າວສານ ບັນຫາການຫວ່າງງານ ແລະ ບັນຫາ ດ້ານນະໂຍບາຍປະຊານິຍົມ ນອກເໜືອຈາກການຮ່ວມມືແກ້ໄຂບັນຫາໂລກຮ້ອນ ບັນຫາເລື່ອງການໃຊ້ຖ່ານຫີນ ແລະ ອີກບັນຫາສຳຄັນກໍຄື ເບຣັກຊິດ ຫຼື ສະຫະຣາຊະອານາຈັກຖອນຕົວອອກຈາກສະມາຊິກສະພາເອີຣົບ ສ່ວນຄວາມເຄື່ອນໄຫວຂອງຫຼາຍປະເທດລວມເຖິງເກຣັກກໍສະແດງທ່າທີຕ້ອງການໃຫ້ສະຫະພາບເອີຣົບຊ່ວຍແກ້ໄຂບັນຫາເລື່ອງໜີ້ສິນໃຫ້ແກ່ຊາດສະມາຊິກ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...