Homeຂ່າວຕ່າງປະເທດເລື່ອງມະຫັດສະຈັນ 1 ໃນ 4.700 ລ້ານຄົນທີ່ຈະໃຫ້ກຳເນີດລູກແຝດ 6 ຄົນ

ເລື່ອງມະຫັດສະຈັນ 1 ໃນ 4.700 ລ້ານຄົນທີ່ຈະໃຫ້ກຳເນີດລູກແຝດ 6 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນວໍຣຊໍ ປະເທດໂປແລນເມື່ອວັນທີ 21 ພຶດສະພາຜ່ານມາວ່າ ແມ່ຍິງຊາວໂປແລນຊື່ວ່າ ນາງ ຄລໍເດຍ ມາຣເຊັກ ໄວ 29 ປີໄດ້ໃຫ້ກຳເນີດລູກແຝດເຖິງ 6 ຄົນ ໃນນັ້ນ ມີເພດຊາຍ 2 ຄົນ ແລະ ເພດຍິງ 4 ຄົນດ້ວຍວິທີຜ່າຕັດຢູ່ທີ່ໂຮງໝໍໃນເມືອງຄຣາເຄົາ ທາງພາກໃຕ້ຂອງໂປແລນ.

ດຣ ໄຣສຊາຣດ ເລົາເທີຣບາກ ທ່ານໝໍປະຈຳໂຮງໝໍມະຫາວິທະຍາໄລໃນເມືອງດັ່ງກ່າວໄດ້ເປີດເຜີຍວ່າ ເດັກອ່ອນແຝດ 6 ຄົນທີ່ຄອດອອກມາແມ່ນສົມບູນປອດໄພ ແຕ່ລະບົບທາງເດີນຫາຍໃຈ ປະສາດ ແລະ ລະບົບຍ່ອຍອາຫານຍັງບໍ່ສົມບູນເຕັມທີ່ ຈິ່ງຕ້ອງຢູ່ພາຍໃຕ້ການດູແລຂອງທີມແພດຢ່າງໃກ້ຊິດ.

ຂະນະທີ່ ນາງ ມາຣເຊັກ ໄດ້ກ່າວວ່າ ຄອບຄົວບໍ່ໄດ້ຄາດຫວັງວ່າຈະໄດ້ລູກແຝດເຖິງ 6 ຄົນ ຊຶ່ງຫວັງພຽງວ່າຈະມີແຝດ 5 ຄົນເທົ່ານັ້ນ ແລະ ນີ້ກໍຖືເປັນເລື່ອງທີ່ມະຫັດສະຈັນທີ່ສຸດທີ່ຄອບຄົວຂອງເຮົາມີສະມາຊິກໃໝ່ເຖິງ 6 ຄົນ ຊຶ່ງເລື່ອງທີ່ພິເສດແບບນີ້ແມ່ນມີໂອກາດເກີດຂຶ້ນພຽງແຕ່ 1 ໃນ 4.700 ເປີເຊັນເທົ່ານັ້ນ.

ທັງນີ້ ທ່ານ ດຣ ມາຣຊິນ ເຈໄດຣເຊົາສະກີ ຜູ້ອຳນວຍການໂຮງໝໍໄດ້ກ່າວວ່າ ການຄອດເປັນໄປດ້ວຍຄວາມຫຍຸ້ງຍາກ ເພາະຕ້ອງໄດ້ລະດົມທີມແພດ ແລະ ເຈົ້າໜ້າທີ່ດ້ານການແພດປະມານ 40 ຄົນ ຂະນະທີ່ເດັກອ່ອນເພດຍິງຄົນທີ 6 ກໍໄດ້ສຳຜັດກັບຜູ້ໃຫ້ກຳເນີດກ່ອນທີ່ຈະຖືກນຳຕົວໄປຢູ່ຕູ້ອົບສຳເລັດເດັກອ່ອນ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AP

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...