Homeຂ່າວພາຍ​ໃນທະນາຄານແຫ່ງ ສປປ ລາວ ປະກາດເຕືອນນັກລົງທຶນສະກຸນເງິນດິຈິຕອລ

ທະນາຄານແຫ່ງ ສປປ ລາວ ປະກາດເຕືອນນັກລົງທຶນສະກຸນເງິນດິຈິຕອລ

Published on

ທະນາຄານແຫ່ງ ສປປ ລາວ ໄດ້ອອກປະກາດເຕືອນຕໍ່ສາທາລະນະເລື່ອງການລົງທຶນກ່ຽວກັບສະກຸນເງິນດິຈິຕອລ ຊຶ່ງປະກາດດັ່ງກ່າວມີຂຶ້ນຫຼັງຈາກທີ່ເວັບໄຊກະດານຊື້-ຂາຍ Bitcoin ແຫ່ງທຳອິດຂອງລາວທີ່ມີຊື່ວ່າ Bitsabuy (ບິດສະບາຍ) ເປີດຕົວຢ່າງເປັນທາງການເມື່ອບໍ່ດົນມານີ້.

ທັງນີ້ ທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ ການເຮັດທຸລະກຳໃດໆທີ່ກ່ຽວກັບ Cryptocurrency ໃນປະເທດຖືເປັນສິ່ງທີ່ຜິດກົດໝາຍ ຊຶ່ງກ່ອນໜ້ານີ້ທະນາຄານກາງກໍໄດ້ສັ່ງໂຈະບໍ່ໃຫ້ສະຖາບັນການເງິນໃດກໍຕາມທີ່ມີສ່ວນກ່ຽວຂ້ອງກັບ Cryptocurrency ແລະ ເຮັດການລົງທຶນກ່ຽວກັບຫຼຽນ Bitcoin ແລະ ອື່ນໆ.

ສາເຫດຫຼັກກໍຄື ທະນາຄານແຫ່ງ ສປປ ລາວ ມີຄວາມວິຕົກກັງວົນວ່າຈະເກີດການເຮັດທຸລະກຳແບບທີ່ບໍ່ສາວມາດເຜີຍຕົວຕົນໄດ້ ຊຶ່ງຈະເປັນການເພີ່ມຄວາມສ່ຽງໃນການໃຊ້ສິນຊັບດິຈິຕອລ ລວມເຖິງໃນມຸມຂອງການຟອກເງິນອີກດ້ວຍ ນອກນີ້ ລັດຖະບານຍັງບໍ່ມີລະບົບປ້ອງກັນຄວາມປອດໄພທີ່ຮັດກຸມສຳລັບປົກປ້ອງນັກລົງທຶນ.

ຂະນະດຽວກັນ ເວັບໄຊກະດານຊື້-ຂາຍຄຣິບໂຕແຫ່ງທຳອິດຂອງລາວ Bitsabuy ຊຶ່ງເປີດຕົວເມື່ອບໍ່ດົນມານີ້ ຊຶ່ງປັດຈຸບັນເວັບດັ່ງກ່າວເປີດໃຫ້ບໍລິການຊື້-ຂາຍຫຼຽນ BTC ETH ATO ແລະ ອື່ນໆ ໂດຍໃຫ້ບໍລິການຊື້-ຂາຍຄູ່ກັບເງິນກີບ ແລະ ນັກລົງທຶນສາມາດທີ່ຈະຝາກຖອນເປັນເງິນຫຼຽນຄຣິບໂຕ ຫຼື ເງິນກີບໄດ້.

ທັງນີ້ ໂດຍປົກກະຕິແລ້ວ ກ່ອນໜ້າທີ່ຈະມີເວັບໄຊຊື້-ຂາຍນັ້ນ ປະຊາຊົນລາວສ່ວນໃຫຍ່ຈະຊື້-ຂາຍກັນແບບສ່ວນຕົວ ແຕ່ຫຼັກໆຈະໄປຊື້-ຂາຍຢູ່ເວັບໄຊຂອງໄທເພາະວ່າຢູ່ໃກ້ທີ່ສຸດ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: siamblockchain.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...