Homeຂ່າວຕ່າງປະເທດມາເລເຊຍກຽມສົ່ງຄືນຂີ້ເຫຍື້ອທີ່ຣີໄຊເຄິລບໍ່ໄດ້ກັບປະເທດຕົ້ນທາງ

ມາເລເຊຍກຽມສົ່ງຄືນຂີ້ເຫຍື້ອທີ່ຣີໄຊເຄິລບໍ່ໄດ້ກັບປະເທດຕົ້ນທາງ

Published on

ລັດຖະມົນຕີກະຊວງສິ່ງແວດລ້ອມຂອງມາເລເຊຍໃຫ້ຮູ້ວ່າ ມາເລເຊຍຈະສົ່ງຄືນຂີ້ເຫຍື້ອພລາສຕິກຊຶ່ງສ່ວນໃຫຍ່ເປັນຂີ້ເຫຍື້ອພລາສຕິກທີ່ບໍ່ສາມາດນຳມາຣີໄຊເຄິລໄດ້ກັບໄປຍັງປະເທດຕົ້ນທາງ ຊຶ່ງສ່ວນໃຫຍ່ເປັນປະເທດທີ່ພັດທະນາແລ້ວ.

ຊຶ່ງເມື່ອປີຜ່ານມາ ມາເລເຊຍກາຍເປັນຈຸດໝາຍປາຍທາງສຳລັບຂີ້ເຫຍື້ອພລາສຕິກທີ່ຖືກນຳມາຖິ້ມເພື່ອຣີໄຊເຄິລ ຫຼັງຈາກທີ່ທາງການຈີນໄດ້ສັ່ງໂຈະການຂົນຂີ້ເຫຍື້ອພລາສຕິກມາຖິ້ມໃນປະເທດ ໂດຍພົບວ່າມາເລເຊຍກາຍເປັນປາຍທາງຂອງຂີ້ເຫຍື້ອພລາສຕິກປະມານ 7 ລ້ານໂຕນຕໍ່ປີ.

ທັງນີ້ ທຸລະກິດໂຮງງານຣີໄຊເຄິລພລາສຕິກໃນມາເລເຊຍຫຼາຍສິບແຫ່ງຊຶ່ງບໍ່ມີໃບອະນຸຍາດຈາກທາງການ ແລະ ຜູ້ປະກອບການຫຼາຍແຫ່ງໄດ້ປ່ອຍປະ ແລະ ເມີນເສີຍຕໍ່ຜົນກະທົບດ້ານສິ່ງແວດລ້ອມໃນຂະບວນການຣີໄຊເຄິລ.

ຂະນະທີ່ຂີ້ເຫຍື້ອພລາສຕິກສ່ວນໃຫຍ່ທີ່ນຳເຂົ້າມາສ່ວນໃຫຍ່ມາຈາກປະເທດທີ່ພັດທະນາແລ້ວ ແລະ ສ່ວນຫຼາຍແມ່ນມີການປົນເປື້ອນ ລວມເຖິງເປັນຂີ້ເຫຍື້ອພລາສຕິກຄຸນນະພາບຕ່ຳທີ່ບໍ່ສາມາດນຳມາຣີໄຊເຄິລຄືນໄດ້ ດັ່ງນັ້ນ “ທາງການມາເລເຊຍຈະໄດ້ເລີ່ມຂະບວນການສົ່ງຂີ້ເຫຍື້ອເຫຼົ່ານີ້ກັບໄປຍັງປະເທດຕົ້ນທາງ” ທ່ານ Yeo Bee Yin ລັດຖະມົນຕີສິ່ງແວດລ້ອມຂອງມາເລເຊຍກ່າວ.

ຢ່າງໃດກໍຕາມ “ປະເທດທີ່ພັດທະນາແລ້ວຈະຕ້ອງຮັບຜິດຊອບຕໍ່ສິ່ງທີ່ເຂົາເຈົ້າສົ່ງອອກມາ”  ຊຶ່ງຂີ້ເຫຍື້ອພລາສຕິກບາງສ່ວນທີ່ຖືກສົ່ງມາພົບວ່າລະເມີດອະນຸສັນຍາບາເຊິລທີ່ລະບຸວ່າ “ຫ້າມສົ່ງຂີ້ເຫຍື້ອມາຖິ້ມໃນປະເທດກຳລັງພັດທະນາ ຫຼື ປະເທດດ້ອຍພັດທະນາ” ທັງນີ້ ມາເລເຊຍໄດ້ສົ່ງຂີ້ເຫຍື້ອປົນເປື້ອນປະມານ 5 ຕູ້ຄອນເທັນເນີກັບໄປຍັງປະເທດແອັດສະປາຍ ຊຶ່ງເປັນປະເທດຕົ້ນທາງແລ້ວ ແລະ ສ່ວນທີ່ເຫຼືອແມ່ນຢູ່ໃນຂັ້ນຕອນດຳເນີນການ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:posttoday

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...