spot_img
Homeຂ່າວຕ່າງປະເທດສົງຄາມໄອທີໂລກ ຝ່າຍໃດໄດ້ ຫຼື ເສຍຜົນປະໂຫຍດ ຫຼັງອາເມຣິກາຄວໍ້າບາດຮົວເຫວີຍ

ສົງຄາມໄອທີໂລກ ຝ່າຍໃດໄດ້ ຫຼື ເສຍຜົນປະໂຫຍດ ຫຼັງອາເມຣິກາຄວໍ້າບາດຮົວເຫວີຍ

Published on

ຄົນທົ່ວໂລກພວມຕິດຕາມສົງຄາມການຄ້າລະຫວ່າງສະຫະລັດ ແລະ ຈີນ ໂດຍສະເພາະການເປີດເສິກດ້ານທຸລະກິດໄອທີທີ່ກຳລັງດຸເດືອດ ຮົວເຫວີຍຄືເປົ້າໝາຍການໂຈມຕີຂອງລັດຖະບານອາເມຣິກາ ໂດຍມີກູເກີລເປັນຕົວຂັບເຄື່ອນສຳຄັນໃນພາກທຸລະກິດທີ່ປະກາດຕັດສາຍສຳພັນກັບຮົວເຫວີຍອອກຈາກລະບົບແອນດຣອຍ.

ສະຖານະການທີ່ບີບບັງຄັງແບບນີ້ໄດ້ເຮັດໃຫ້ຮົວເຫວີຍຈຳເປັນຕ້ອງເລັ່ງພັດທະນາລະບົບປະຕິບັດການຂອງຕົນເອງຂຶ້ນມາ ດັ່ງທີ່ຮູ້ກັນແລ້ວວ່າມັນຄືລະບົບປະຕິບັດການຫົງເໝິງ (Hongmeng) ຊຶ່ງຮົວເຫວີຍໄດ້ພັດທະນາລະບົບ OS ມາແລ້ວໃນປະຕິບັດການແຜນ B.

ຂະນະທີ່ກູເກີລໃນຖານະບໍລິສັດໃນອາເມຣິກາ ຊຶ່ງມີພັນທະທີ່ຕ້ອງປະຕິບັດຕາມກົດໝາຍອາເມຣິກາຫຼັງຈາກທີ່ລັດຖະບານມີຄຳສັ່ງຂຶ້ນບັນຊີດຳຮົວເຫວີຍ ຊຶ່ງຜົນກະທົບບໍ່ແມ່ນມີແຕ່ຕັດຂາດສາຍສຳພັນກັບທາງຮົວເຫວີຍເທົ່ານັ້ນ ແຕ່ກູເກີລຍັງປິດຕາຍປະຕູເຂົ້າສູ່ຕະຫຼາດຈີນໄປຕະຫຼອດການ ຊຶ່ງນັ້ນກໍໝາຍຄວາມວ່າ ກູເກີລໄດ້ປ່ອຍໃຫ້ຕະຫຼາດໃຫຍ່ທີ່ສຸດໃນໂລກຫຼຸດມືໄປ ບໍ່ພຽງແຕ່ກູເກີລທີ່ໄດ້ຮັບຜົນກະທົບແຕ່ຍັງມີບໍລິສັດເຕັກໂນໂລຊີລາຍອື່ນໆຂອງອາເມຣິກາຊຶ່ງອາດໄດ້ຮັບຜົນກະທົບໄປຕາມໆກັນ ເນື່ອງຈາກວ່າຮົວເຫວີຍເປັນຜູ້ຮັບຊື້ຊິບປະມວນຜົນລາຍໃຫຍ່ສຳລັບໃຊ້ໃນສະມາສໂຟນ ຄອມພິວເຕີ ອຸປະກອນເຄືອຂ່າຍອິນເຕີເນັດ ແລະ ອຸ ປະກອນທັນສະໄໝອື່ນໆ.

ແນ່ນອນວ່າຮົວເຫວີຍໄດ້ຄາດຄະເນກ່ຽວກັບເລື່ອງນີ້ໄວ້ແລ້ວ ໂດຍ OS ຫົງເໝິງບໍ່ພຽງແຕ່ຈະໃຊ້ໃນແຜນ B ແຕ່ຍັງມີແຜນ C ທີ່ຮັບຮອງເອົາໄວ້ແລ້ວ ນັ້ນຄື App Gallery ຊຶ່ງໄດ້ມີການເປີດຕົວໄປເມື່ອປີທີ່ຜ່ານມາເປັນຮ້ານຄ້າແອັບທີ່ໃຫ້ບໍລິການນອກປະເທດຈີນ ແລະ ຮົວເຫວີຍໄດ້ອອກແບບແອັບທີ່ຈະຕອບສະໜອງຜູ້ໃຊ້ໃນເຂດຕາເວັນຕົກ ໂດຍຈະບໍ່ກ່ຽວຂ້ອງກັບລະບົບຂອງກູເກີລ.

ຂະນະທີ່ຮົວເຫວີຍຄອງພື້ນທີ່ຕະຫຼາດສະມາສໂຟນ 20% ໃນ 22 ປະເທດຂອງເອີຣົບ ລວມເຖິງແອັດສະປາຍ ອີຕາລີ ແລະ ເນເທີແລນ ຊຶ່ງໃນປີນີ້ຮົວເຫວີຍໄດ້ຫາລືກັບຜູ້ໃຫ້ບໍລິການລະບົບໃນເອີຣົບເພື່ອຕິດຕັ້ງ App Gallery ໂດຍຈະໃຫ້ສ່ວນແບ່ງພໍສົມຄວນກັບຫຸ້ນສ່ວນໃນເອີຣົບ ແລະ ຈະເຮັດໃຫ້ສະມາສໂຟນຂອງຫຸ້ນສ່ວນໃນເອີຣົບມີ App Gallery ຄືກັນກັບ App store ຂອງກູເກີລພາຍໃນເຄື່ອງດຽວກັນ ດັ່ງນັ້ນ ການຂຶ້ນບັນຊີດຳຂອງ ທຣັມ ຈຶ່ງກາຍເປັນໂອກາດທອງຂອງ App Gallery ໃນເອີຣົບ ແລະ ຍັງຫຼຸດສ່ວນແບ່ງຕະຫຼາດຂອງກູເກີລອີກດ້ວຍ.

ດ້ານຜົນກະທົບຈາກການເຮັດສົງຄາມໄອທີຄັ້ງນີ້ຊຶ່ງເຫັນໄດ້ຜົນກະທົບຄື ຜູ້ບໍລິໂພກອາດຈະບໍ່ຊື້ສະມາສໂຟນຂອງຮົວເຫວີຍ ແລະ ຫັນໄປຊື້ແບຣນອື່ນແທນ ຫຼັງຈາກນີ້ຮົວເຫວີຍຈະຕົກຕຳແໜ່ງຍອດຂາຍສະມາສໂຟນສູງສຸດອັນດັບ 2 ຂອງໂລກທັນທີ ແລະ ຈະມາຢູ່ທີ່ອັນດັບ 3 ຮອງຈາກຊຳຊຸງ ແລະ ແອັບເປິລ ທັງນີ້ ກູເກີລຈະຕ້ອງສູນເສຍລາຍໄດ້ຈາກຄ່າລິຂະສິດໃຊ້ງານທີ່ເຄີຍໄດ້ຈາກຮົວເຫວີຍ ແລະ ຂາດໂອກາດໂຄສະນາມືຖືຂອງຮົວເຫວີຍ ຊຶ່ງຈະສົ່ງຜົນເຖິງລາຍໄດ້ໃນປີນີ້ຫຼຸດລົງ.

ສ່ວນແອັບເປິລ ໃນທາງດ້ານເສດຖະກິດແມ່ນໄດ້ຮັບຜົນປະໂຫຍດຫຍັງ ຊຶ່ງຄາດຄະເນວ່າຈະມີຍອດຂາຍສະມາສໂຟນເພີ່ມຂຶ້ນ ແລະ ສາມາດແຊງຂຶ້ນມາເປັນອັນດັບ 2 ຂອງໂລກແທນຮົວເຫວີຍໄດ້ ແຕ່ແອັບເປິລກໍມີຄວາມສ່ຽງເຊັ່ນກັນ ຖ້າຫາກທາງການຈີນຕອບໂຕ້ກັບ ເພາະສິ້ນສ່ວນຂອງໄອໂຟນແມ່ນປະກອບຢູ່ໃນ ສປ ຈີນ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai.com, posttoday

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...