Homeຂ່າວຕ່າງປະເທດເຫັດຫຼິນຈື "ຣາຊາແຫ່ງສະໝຸນໄພ"

ເຫັດຫຼິນຈື “ຣາຊາແຫ່ງສະໝຸນໄພ”

Published on

ໜຶ່ງໃນສະໝຸນໄພຂອງຈີນທີ່ຂຶ້ນຊື່ລືນາມວ່າເປັນຢາປິ່ນປົວພະຍາດຊັ້ນເລີດທີ່ທົ່ວໂລກຮູ້ຈັກກັນດີນັ້ນກໍຄື “ເຫັດຫຼິນຈື” ຊຶ່ງສັບພະຄຸນຂອງເຫັfຊະນິດນີ້ຊ່ວຍບຳລຸງຮ່າງກາຍ ທັງເສີມພູມຄຸ້ມກັນ ຕ້ານການອັກເສບ ຕໍ່ຕ້ານພະຍາດມະເຮັງ ດັ່ງນັ້ນ ເຫັດຊະນິດນີ້ຈິ່ງຖືກຂະໜານນາມວ່າເປັນ “ຢາອາຍຸວັດທະນະ”.

ເຫັດຫຼິນຈື ມີຊື່ສາມັນວ່າ Lingzhi Mushroom ຫຼື Reishi Musgroom ແລະ ມີຊື່ທາງວິທະຍາສາດວ່າ Ganoderma Lucidum ເປັນຢາສະໝຸນໄພຊັ້ນສູງຂອງທີ່ຖືກນຳໃຊ້ມາດົນນານຫຼາຍກວ່າ 4.000 ປີ ຊຶ່ງໄດ້ຮັບການບັນທຶກສັບພະຄຸນໄວ້ໃນຕຳລາ “ເສິນໜົງເປິນສ່າວຈິງ” ວ່າເປັນເທບແຫ່ງເຈົ້າຊີວິດ ເພາະວ່າມີພະລັງມະຫັດສະຈັນໃນການບຳລຸງຮ່າງກາຍ ນອກນີ້ ເຫັດຫຼິນຈື ກໍມີຊື່ເອີ້ນທີ່ແຕກຕ່າງຫຼາກຫຼາຍບໍ່ວ່າຈະເປັນ ຫຼິງຈື ເຫັດໝື່ນປີ ເຫັດອະມະຕະ ເຫັດສັກສິດ ເຫັດນາງກວັກ ແລະ ຍັງຖືກຂະໜານນາມໃຫ້ເປັນຣາຊາແຫ່ງສະໝຸນໄພ ເນື່ອງຈາກສັບພະຄຸນທາງຢາໃນການບຳລຸງຮ່າງກາຍ ຊ່ວຍຂັບສານພິດ ປ້ອງກັນ ແລະ ປິ່ນປົວພະຍາດທີ່ດີເລີດກວ່າສະໝຸນໄພຊະນິດອື່ນ.

ເຫັດຫຼິນຈື ມີຖິ່ນກຳເນີດຢູ່ໃນ ສປ ຈີນ ແລະ ມີຫຼາຍກວ່າ 100 ສາຍພັນ ແຕ່ສາຍພັນທີ່ນິຍົມນຳມາບໍລິໂພກບຳລຸງຮ່າງກາຍ ແລະ ປິ່ນປົວພະຍາດຫຼາຍທີ່ສຸດຄື ເຫັດຫຼິນຈືແດງ (Ganoderma lucidum) ເພາະວ່າມີສານທີ່ມີປະໂຫຍດຕໍ່ຮ່າງກາຍຫຼາຍທີ່ສຸດ.

ສັບພະຄຸນຕ້ານມະເຮັງ ເຫັດຫຼິນຈືມີສັບພະຄຸນທີ່ວົງການແພດກ່າວເຖິງຫຼາຍທີ່ສຸດນັ້ນກໍຄື ລິດໃນການຕ້ານມະເຮັງ ແລະ ຂ້າເຊລມະເຮັງ ເພາະວ່າມີງານວິໄຈທາງການແພດທັງໃນ ແລະ ຕ່າງປະເທດທີ່ພິສູດແລ້ວວ່າ ເຫັດຫຼິນຈືມີຄຸນສົມບັດໃນການຕໍ່ຕ້ານພະຍາດມະເຮັງທີ່ໄດ້ຜົນດີທີ່ສຸດ ບໍ່ວ່າຈະເປັນມະເຮັງຮັງໄຂ່ ມະເຮັງເຕົ້ານົມ ມະເຮັງປາກມົດລູກ ແລະ ອື່ນໆອີກຫຼາຍຊະນິດ ທັງຍັງມີລິດຊ່ວຍກະຕຸ້ນລະບົບພູມຄຸ້ມກັນໃນຜູ້ປ່ວຍມະເຮັງປອດ ມະເຮັງລຳໄສ້ໃຫຍ່ ແລະ ຜູ້ປ່ວຍມະເຮັງຂັ້ນລຸກລາມ

ຢ່າງໃດກໍດີ ເຖິງແມ່ນວ່າຈະມີງານວິໄຈທີ່ພົບວ່າ ການຮັບປະທານເຫັດຫຼິນຈືຈະບໍ່ມີຜົນຂ້າງຄຽງ ແລະ ບໍ່ມີສານຕົກຄ້າງທີ່ຕັບ ຫຼື ໝາກໄຂ່ຫຼັງກໍຕາມ ແຕ່ບາງຄົນອາດມີອາການແພ້ເຫັດກໍເປັນໄດ້ ຊຶ່ງສັງເກດໄດ້ຈາກເວລາທີ່ຮັບປະທານເຂົ້າໄປຈະມີອາການປາກແຫ້ງ ຄໍແຫ້ງ ແລະ ອາດມີອາການຄັນ ຜື່ນຂຶ້ນທົ່ວຮ່າງກາຍ ວິນຫົວ ເຈັບທ້ອງ ເລືອດດັງອອກ ຊຶ່ງຖ້າຫາກມີອາການດ່ັງກ່າວກໍບໍ່ຄວນຮັບປະທານ.

ຂໍ້ຄວນລະວັງ ຍັງມີບາງກຸ່ມທີ່ບໍ່ຄວນຮັບປະທານເຫັດຫຼິນຈື ເນື່ອງຈາກຈະເຮັດໃຫ້ອາການເຈັບປ່ວຍທີ່ເປັນຢູ່ຍິ່ງຮຸນແຮງກວ່າເກົ່າເຊັ່ນ ກຸ່ມແມ່ຍິງຖືພາ ແລະ ແມ່ລູກອ່ອນ ກຸ່ມຄົນທີ່ມີຄວາມດັນເລືອດຕ່ຳ ກຸ່ມຄົນທີ່ມີພາວະເລືອດອອກຜິດປົກກະຕິ ຫຼື ຜູ້ທີ່ມີພາວະເກັດເລືອດຕ່ຳ ນອກນີ້ ກໍມີກຸ່ມຜູ້ປ່ວຍທີ່ເປັນພະຍາດພູມຕ້ານເນື້ອເຍື່ອຂອງຕົນເອງ ໂດຍສະເພາະພະຍາດ SLE ເຫຼົ່ານີ້ເປັນຕົ້ນ.

ທັງນີ້ ເຫັດຫຼິນຈື ຖືເປັນສະໝຸນໄພທີ່ເຊື່ອງຊ້ອນປະໂຫຍດໄວ້ຢ່າງຫຼວງຫຼາຍ ສົມກັບສາຍາ “ຣາຊາແຫ່ງສະໝຸນໄພໂດຍແທ້”  ແຕ່ເຖິງຢ່າງໃດກໍດີ ກໍຂໍຢ້ຳວ່າຜູ້ປ່ວຍຄວນປຶກສາແພດກ່ອນຫາຊື້ເຫັດຫຼິນຈືໃນຮູບແບບຕ່າງໆມາຮັບປະທານ ເນື່ອງຈາກວ່າບາງພະຍາດ ແລະ ບາງອາການ ອາດມີຜົນຂ້າງຄຽງກັບວິທີການປິ່ນປົວພະຍາດໃນແພດແຜນປັດຈຸບັນກໍເປັນໄດ້.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: kapook.com

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...