Homeຂ່າວພາຍ​ໃນກອງປະຊຸມເປີດກວ້າງຄົບຄະນະພັກ ຄັ້ງທີ 7 ສະໄໝທີ I

ກອງປະຊຸມເປີດກວ້າງຄົບຄະນະພັກ ຄັ້ງທີ 7 ສະໄໝທີ I

Published on

ເມື່ອວັນທີ 21 ພຶດສະພາຜ່ານມາທີ່ຫ້ອງວ່າການປະທານປະເທດໄດ້ຈັດກອງປະຊຸມຄົບຄະນະພັກເປີດກວ້າງຄັ້ງທີ 7 ສະໄໝທີ I ໂດຍການເປັນປະທານຂອງ ສະຫາຍ ຄຳເມິງ ພົງທະດີ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການປະທານປະເທດ ມີບັນດາຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງການປະທານປະເທດ ຫົວໜ້າກົມ ຮອງກົມ ແລະ ສະມາຊິກພັກເຂົ້າ ຮ່ວມ.

ທ່ານ ຄຳເມິງ ກ່າວວ່າ ຕະຫຼອດໄລຍະການຊີ້ນຳ-ນຳພາຂອງພັກນັບແຕ່ກອງປະຊຸມຄົບຄະນະຄັ້ງທີ 6 ເມື່ອວັນທີ 29 ສິງຫາ 2018 ຈົນເຖິງປັດຈຸບັນເຫັນວ່າສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ປ່ຽນແປງໄປຢ່າງສັນສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະກໍແມ່ນການແຜ່ອິດທິພົນທາງດ້ານການເມືອງ ການທະຫານ ເສດຖະກິດ-ການຄ້າ ຍຸດທະສາດ ຄວາມໝັ້ນຄົງ ແລະ ການຍາດແຍ່ງທາງດ້ານຜົນປະໂຫຍດ.

ສຳລັບຫ້ອງວ່າການປະທານປະເທດແມ່ນໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງລັດຖະບານຕາມຂອບເຂດ ແລະ ພາລະບົດບາດຂອງຕົນກໍຄື ການສືບຕໍ່ປະຕິບັດກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານຫ້ອງວ່າການປະທານປະເທດ ໂດຍໄດ້ຮັບຜົນສຳເລັດເປັນກ້າວໆ  ຊຶ່ງສະແດງໃຫ້ເຫັນວ່າມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມສາມັກຄີ ແລະ ມີບັນຍາກາດທີ່ດີໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງກໍຄືໜ້າທີ່ວິຊາສະເພາະຂອງຕົນໃຫ້ມີຜົນສຳເລັດຕາມການມອບໝາຍຂອງຂັ້ນເທິງດ້ວຍຄວາມຮັບຜິດ ຊອບສູງ ສາມາດເຮັດໜ້າທີ່ການເປັນເສນາທິການຮັບໃຊ້ໃຫ້ແກ່ປະທານປະເທດ ແລະ ຮອງປະທານປະເທດໃນການເຄື່ອນໄຫວລັດຖະກິດທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ.

ໂອກາດດຽວກັນ ທ່ານ ຄໍາເມິງ ກໍໄດ້ກ່າວຕື່ມວ່າ ສຳລັບທິດທາງ ຄາດໝາຍ ແລະ ແຜນວຽກງານຈຸດສຸມນຳພາໃນຕໍ່ໜ້າ ສະມາ ຊິກພັກຫ້ອງວ່າການປະທານປະເທດຈະສືບຕໍ່ຊີ້ນໍາ-ນຳພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຕາມຂົງເຂດພາລະບົດບາດຂອງຕົນໃຫ້ປາກົດຜົນເປັນຈິງ ໂດຍຕິດພັນກັບກອງປະຊຸມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກ ຫ້ອງວ່າການປະທານປະເທດໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ ລວມທັງເອົາໃຈໃສ່ວຽກງານສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ສະມາຊິກພັກ ພະນັກງານ-ລັດຖະກອນ ເຊື່ອມຊຶມ ຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ ຍົກສູງຄວາມເປັນແບບຢ່າງນຳຫໜ້າພາທາງຂອງສະມາຊິກພັກ ເພີ່ມທະວີຄວາມສາມັກຄີ ແລະ ການປະສານສົມທົບພາຍໃນ-ພາຍນອກໃຫ້ມີຄວາມສອດຄ່ອງກົມກຽວ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...