Homeຂ່າວພາຍ​ໃນບັ້ງໄຟນ້ອຍອັນຕະລາຍໃນເງົາມືດ! ມີສະຕິໃນການຫຼິ້ນເພື່ອຫຼີກລ່ຽງການສູນເສຍ

ບັ້ງໄຟນ້ອຍອັນຕະລາຍໃນເງົາມືດ! ມີສະຕິໃນການຫຼິ້ນເພື່ອຫຼີກລ່ຽງການສູນເສຍ

Published on

ບຸນບັ້ງໄຟຖືເປັນອີກໜຶ່ງບຸນປະເພນີທີ່ສືບທອດປະຕິບັດມາແຕ່ສະໄໝປູ່ຍ່າຕາຍາຍຈົນມາຈົດຮອດປັດຈຸບັນ ທັງນີ້, ຕາມຄວາມເຊື່ອຂອງຄົນສະໄໝບູຮານກໍຄື ການຈູດບັ້ງໄຟຂຶ້ນຟ້າແມ່ນເປັນການບູຊາເທວະດາຟ້າແຖນ ເພື່ອໃຫ້ຝົນຕົກຖືກຕ້ອງຕາມລະດູ ການ ດັ່ງນັ້ນ, ໃນໄລຍະເດືອນພຶດສະພາຫາມິຖຸນາຂອງທຸກໆປີ ແຕ່ລະບ້ານໃນຫຼາຍເຂດທົ່ວປະເທດກໍຈະເລີ່ມຈັດງານປະເພນີບຸນບັ້ງໄຟ ໃນນັ້ນ ລວມມີການຈູດບັ້ງໄຟນັບຕັ້ງແຕ່ບັ້ງໄຟຂະໜາດນ້ອຍ ຫາຂະໜາດໃຫຍ່ ຕັ້ງແຕ່ບັ້ງໄຟໝື່ນ ບັ້ງໄຟແສນ ບັ້ງໄຟລ້ານ ແລະ ຍັງມີການຂາຍ, ການຈູດບັ້ງໄຟນ້ອຍໃນຂອບເຂດງານບຸນບັ້ງໄຟ.

ງານບຸນບັ້ງໄຟເປັນງານທີ່ມ່ວນຊື່ນ ແຕ່ກໍ່ແອບແຝງດ້ວຍອັນຕະລາຍຈາກການຈູດບັ້ງໄຟນ້ອຍໃຫຍ່ ເຖິງແມ່ນວ່າທາງຄະນະກຳມະການບ້ານທີ່ຈັດງານບັ້ງໄຟ ຈະຫ້າມບໍ່ໃຫ້ຜູ້ໄປຮ່ວມເຂົ້າໃກ້ເຂດຈູດບັ້ງໄຟກໍ່ຕາມ ແຕ່ກໍ່ຍັງມີຂ່າວປະກົດໃຫ້ເຫັນເລື່ອຍໆ ກໍລະນີບັ້ງໄຟຕົກໃສ່ຄົນໄປເບິ່ງ ຫຼື ຕຳຄົນໄປຮ່ວມງານ ຈົນເຮັດໃຫ້ເກີດບາດເຈັບ ຫຼື ຮ້າຍແຮງເຖິງຂັ້ນເສຍຊີວິດ ໂດຍສະເພາະແມ່ນມັກເກີດກັບເດັກນ້ອຍ.

ຜູ້ຂຽນສັງເກດເຫັນວ່າ ໃນງານບຸນບັ້ງໄຟຕ່າງໆ ຈະມີການຂາຍບັ້ງໄຟນ້ອຍ ແລະ ມີການຈູດຫຼິ້ນໃນງານ ຖ້າເບິ່ງຜິວເຜີນແລ້ວມັນກໍ່ບໍ່ແມ່ນແປກ ຫຼື ຜິດລະບຽບໃດໆ ແລະ ຍັງປະກົດເຫັນຜູ້ປົກຄອງຫຼາຍຄົນທີ່ຊື້ບັ້ງໄຟນ້ອຍໃຫ້ລູກຫຼານຂອງຕົນເອງຈູດຫຼິ້ນໃນງານ, ຖ້າໄດ້ຕິດຕາມຂ່າວເປັນປະຈຳຈະເຫັນໄດ້ວ່າມີຫຼາຍຄັ້ງທີ່ເກີດມີຄົນບາດເຈັບ ແລະ ກໍລະນີມີຄົນເສຍຊີວິດຈາກບັ້ງໄຟນ້ອຍ ຕົວຢ່າງຈາກກໍລະນີທີ່ເກີດຂຶ້ນສົດໆຮ້ອນໆໃນ ເມື່ອວັນທີ 18 ພຶດສະພາ 2019 ທີ່ຜ່ານມາ ທີ່ງານບຸນບັ້ງໄຟບ້ານວັງຄີ ເມືອງ ຫີນເຫີບ ແຂວງວຽງຈັນ ໄດ້ເກີດເຫດບັ້ງໄຟຕຳເດັກນ້ອຍເພດຍິງ,​ອາຍຸ 6 ປີ ເສຍຊີວິດ ເຊິ່ງຕາມຂ່າວແມ່ນເກີດຈາກການຈູດບັ້ງໄຟນ້ອຍ.

ເມື່ອມີເຫດ ການເກີດຂຶ້ນມາແນວນີ້ ຜູ້ຂຽນເອງຢາກໃຫ້ທຸກຄົນຄິດນຳກັນເບິ່ງວ່າການຈູດບັ້ງໄຟນ້ອຍມັນຍັງຈຳເປັນຕ້ອງມີໃນງານບຸນບັ້ງໄຟອີກຕໍ່ໄປ ຫຼື ບໍ່?, ພາກສ່ວນທີ່ກ່ຽວຂ້ອງກັບການຈັດງານບຸນບັ້ງໄຟ ໄດ້ຄຳນຶຶງເຖິງຜົນເສຍຂໍ້ນີ້ແລ້ວບໍ່? ແລະ ຄວນມີວີທີ ຫຼື ມາດຕະການແນວໃດຕໍ່ກັບການຫຼິ້ນບັ້ງໄຟນ້ອຍ ເພື່ອບໍ່ໃຫ້ຄົນມາຮ່ວມງານບາດເຈັບ.

ສະຕິໃນການລະວັງໄພໃນການໄປຫຼິ້ນບຸນບັ້ງໄຟ ຫຼື ງານປະເພນີໃດກໍ່ຕາມ ໂດຍສະເພາະຜູ້ປົກຄອງທີ່ພາລູກຫຼານ ອາຍຸຍັງນ້ອຍໄປຮ່ວມງານນຳ ຕ້ອງເອົາໃຈໃສ່ດູແລຂຶ້ນຕື່ມ ເພື່ອປ້ອງກັນອັນຕະລາຍທີ່ອາດຈະເກີດຂຶ້ນກັບລູກຫຼານຂອງທ່ານໄດ້ທຸກເພື່ອ ແລະ ເພື່ອປ້ອງກັນການສູນເສຍທີ່ອາດເກີດຂຶ້ນແມ່ນບໍ່ຄາດຄິດ.

 

 

ຂຽນບົດໂດຍ: ບຸດສະດີ ສາຍນ້ຳມັດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...