Homeຂ່າວຕ່າງປະເທດຈີນພັດທະນາລະບົບປະຕິບັດການແຜນ B ໃນກໍລະນີອາເມຣິກາຫ້າມໃຊ້ກູເກິລ ແລະ ໄມໂຄຣຊອຟ

ຈີນພັດທະນາລະບົບປະຕິບັດການແຜນ B ໃນກໍລະນີອາເມຣິກາຫ້າມໃຊ້ກູເກິລ ແລະ ໄມໂຄຣຊອຟ

Published on

ຮົວເຫວີຍຊຶ່ງເປັນບໍລິສັດຍັກໃຫຍ່ດ້ານເຕັກໂນໂລຊີຂອງ ສປ ຈີນ ຢືນຢັນວ່າໄດ້ພັດທະນາລະບົບປະຕິບັດການຂອງຕົນເອງຊຶ່ງສາມາດແທນທີ່ແອນດຣອຍຂອງກູເກິລ ແລະ ວິນໂດຂອງໄມໂຄຣຊອຟໄດ້ ຖ້າຫາກບໍ່ສາມາດໃຊ້ຜະລິດຕະພັນໃນອາເມຣິກາ.

ໂດຍ ສປ ຈີນ ໄດ້ອອກມາຖະແຫຼງວ່າ ໄດ້ກຽມນຳໃຊ້ລະບົບປະຕິບັດການຂອງຕົນເອງແລ້ວ ຖ້າຫາກຮົວເຫວີຍບໍ່ສາມາດໃຊ້ລະບົບຕ່າງໆດັ່ງທີ່ຖືກອາເມຣິກາສັ່ງຫ້າມ ຊຶ່ງປັດຈຸບັນ ຮົວເຫວີຍໃຊ້ລະບົບປະຕິບັດການແອນດຣອຍສຳລັບອຸປະກອນສະມາດໂຟນ ແລະ ວິນໂດສຳລັບແລັບທ໋ອບ ແລະ ແທັບເລັດ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AP

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...

ຈັດກອງປະຊຸມ ຮ່ວມ 4 ພາກສ່ວນຂະບວນຍຸຕິທຳ ສະຫຼຸບຜົນງານ 2 ປີທີ່ຜ່ານມາ

ກະຊວງປ້ອງກັນຄວາມສະຫງົບ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ທີ່ສະໂມສອນ...

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນຕອນບ່າຍຂອງວັນທີ 21 ກັນຍາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ...

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...