Homeຂ່າວຕ່າງປະເທດນັກໂທດໄອເອສກໍ່ເຫດໃນຄຸກທາຈິກ ເສຍຊີວິດແລ້ວຢ່າງໜ້ອຍ 32 ລາຍ

ນັກໂທດໄອເອສກໍ່ເຫດໃນຄຸກທາຈິກ ເສຍຊີວິດແລ້ວຢ່າງໜ້ອຍ 32 ລາຍ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນດູຊານເບ ປະເທດທາຈິກິສຖານເມື່ອວັນທີ 20 ພຶດສະພາຜ່ານມາວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 32 ລາຍ ໃນນັ້ນ ແມ່ນນັກໂທດ 29 ລາຍ ແລະ ຜູ້ຄຸມ 3 ລາຍ ຫຼັງຈາກທີ່ນັກໂທດກຸ່ມໄອເອສກໍ່ການຈະລາຈົນໃນເຮືອນຈຳ.

ອີງຕາມຂ້ໍມູນການຖະແຫຼງຂອງກະຊວງຍຸຕິທຳແຫ່ງທາຈິສຖານໃຫ້ຮູ້ວ່າ ເຫດຈະລາຈົນໄດ້ເກີດຂຶ້ນເມື່ອກາງເດິກຂອງຄືນວັນທີ 19 ພຶດສະພາ (ຕາມເວລາທ້ອງຖິ່ນ) ໃນເຮືອນຈຳຄວາມໝັ້ນຄົງສູງເມືອງວັກດັຕ ຊຶ່ງຢູ່ຫ່າງຈາກນະຄອນດູຊານເບ ນະຄອນຫຼວງຂອງຈິກິສຖານໄປທາງທິດຕາເວັນອອກປະມານ 10 ກີໂລແມັດ ຂະນະທີ່ນັກໂທດສະມາຊິກດາອິຊ (ກຸ່ມໄອເອສ) ໃຊ້ອາວຸດມີດແທງຜູ້ຄຸມເສຍຊີວິດ 3 ລາຍ ແລະ ນັກໂທດອີກ 5 ລາຍ.

ຫຼັງຈາກນັ້ນກຸ່ມນັກໂທດດາອິຊໄດ້ຈູດໄຟເຜົາພະແນກພະຍາບານຂອງເຮືອນຈຳ ແລະ ຈັບກຸມນັກໂທດອີກຫຼາຍຄົນເປັນຕົວປະກັນສຳລັບການຫຼົບໜີອອກນອກເຮືອນຈຳ ແຕ່ຖືກຂັດຂວາງໂດຍເຈົ້າໜ້າທີ່ຄວາມໝັ້ນຄົງຊຶ່ງເປັນກຳລັງເສີມເຂົ້າມາຄວບຄຸມສະຖາ ນະການ ທັງນີ້ ໜ່ວຍຄອມມັນໂດໄດ້ຍິງນັກໂທດກຸ່ມທີ່ກໍ່ເຫດເສຍຊີວິດ 24 ລາຍ ແລະ ຈັບກຸມ 35 ຄົນ ສ່ວນນັກໂທດທີ່ຖືກຈັບເປັນຕົວປະກັນແມ່ນປອດໄພ.

ເຮືອນຈຳແຫ່ງນີ້ມີນັກໂທດຖືກຄຸມຂັງຢູ່ປະມານ 1.500 ຄົນ ໂດຍເຈົ້າໜ້າທີ່ໄດ້ເປີດເຜີຍວ່າ ໜຶ່ງໃນກຸ່ມນັກໂທດທີ່ກໍ່ເຫດຄື ທ້າວ ເບຕຣູຊ ກຸລມາຣອດ ລູກຊາຍຂອງອະດີດນາຍທະ ຫານຍົດພັນເອກກອງທັບທາຈິກິສຖານທີ່ແປພັກເຂົ້າຮ່ວມກັບກຸ່ມໄອເສເມື່ອປີ 2014.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...