Homeຂ່າວຕ່າງປະເທດຕີມໍ-ເລສເຕ ຈະກາຍເປັນປະເທດທຳອິດທີ່ປັດສະຈາກຂີ້ເຫຍື້ອພລາສຕິກ

ຕີມໍ-ເລສເຕ ຈະກາຍເປັນປະເທດທຳອິດທີ່ປັດສະຈາກຂີ້ເຫຍື້ອພລາສຕິກ

Published on

ປະເທດຕີມໍ-ເລສເຕຮ່ວມມືກັບບໍລິສັດວິໄຈອົດສະຕຣາລີທີ່ຈະນຳໃຊ້ເຕັກໂນໂລຊີຣີໄຊເຄິລຂີ້ເຫຍື້ອພລາສຕິກແບບທີ່ບໍ່ເຄີຍມີປະເທດໃດເຮັດມາກ່ອນ.

ຕີມໍ-ເລສເຕ ຫຼື ມີຊື່ເດີມວ່າ ຕິມໍຕາເວັນອອກ ປະເທດນ້ອງໃໝ່ໃນອາຊີຕາເວັນອອກສຽງໃຕ້ ຊຶ່ງມີປະຊາກອນພຽງແຕ່ 1,3 ລ້ານຄົນ ແຕ່ວ່າປະເທດນີ້ຜະລິດຂີ້ເຫຍື້ອພລາສຕິກເຖິງ 70 ໂຕນຕໍ່ມື້ ທັງນີ້ ລັດຖະບານຕິມໍ-ເລສເຕໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດວິໄຈ ມູຣາ ເຕັກໂນໂລຊີ ຂອງອົດສະຕຣາລີ ຊຶ່ງໄດ້ຮ່ວມກໍ່ຕັ້ງອົງກອນທີ່ບໍ່ສະແຫວງຫາຜົນປະໂຫຍດໃນຊື່ “ເຣສເປັກ” ເພື່ອສ້າງໂຮງງານຣີໄຊເຄິລຂີ້ເຫຍື້ອພລາສຕິກມູນຄ່າ 40 ລ້ານໂດລາ ໂດຍຈະເລີ່ມດຳເນີນການພາຍໃນທ້າຍປີ 2020.

ໂດຍໂຮງງານດັ່ງກ່າວຈະນຳພລາສຕິກທີ່ໃຊ້ແລ້ວທັງໝົດມາຣີໄຊເຄິລເປັນຜະລິດຕະພັນໃໝ່ ຊຶ່ງໝາຍຄວາມວ່າ ຕິມໍ-ເຣສເຕຈະກາຍເປັນປະເທດທຳອິດໃນໂລກທີ່ຈະບໍ່ມີຂີ້ເຫຍື້ອພລາສຕິກ ຂະນະທີ່ ທ່ານ ໂທມັສ ມາສເມເຍີຣ ຜູ້ຮ່ວມຄິດຄົ້ນເຕັກໂນໂລຊີຣີໄຊເຄິລດັ່ງກ່າວໄດ້ເປີດເຜີຍວ່າ ພລາສຕິກຖ້າມີການຖິ້ມທີ່ບໍ່ຖືກວິທີມັນຈະກາຍເປັນສິ່ງທີ່ໜ້າວິຕົກກັງວົນທີ່ສຸດ ກົງກັນຂ້າມຖ້າມີການກຳຈັດ ແລະ ຖິ້ມຖືກວິທີມັນກໍຈະກາຍເປັນສິ່ງທີ່ສາມາດນຳໃຊ້ໃຫ້ເກີດປະໂຫຍດໄດ້ຫຼາຍຢ່າງດ້ວຍການນຳໃຊ້ເຕັກໂນໂລຊີດ້ານເຄມີປ່ຽນແປງສະພາບຂີ້ເຫຍື້ອພລາສຕິກໃຫ້ເປັນຂອງແຫຼວ ແລະ ແກ໊ສຢ່າງໄວວາກ່ອນນຳໃຊ້ເຂົ້າສູ່ລະບົບເສດຖະກິດໝູນວຽນ (Circular Economy) ຊຶ່ງຫຼັກການດັ່ງກ່າວຍັງບໍ່ເຄີຍມີປະເທດໃດເຄີຍເຮັດມາກ່ອນ.

ຂະນະທີ່ຜູ້ຊ່ຽວຊານເລື່ອງຂີ້ເຫຍື້ອໄດ້ເປີດເຜີຍວ່າ ແຕ່ລະປີມີຂີ້ເຫຍື້ອພລາສຕິກຖືກຖິ້ມລົງທະເລທົ່ວໂລກຫຼາຍກວ່າ 8 ລ້ານໂຕນ  ຊຶ່ງນອກຈາກຂີ້ເຫຍື້ອພລາສຕິກຈະສົ່ງຜົນຮ້າຍຕໍ່ສຸຂະພາບຂອງມະນຸດ ແລະ ສັດປ່າ-ສັດນ້ຳຢ່າງຮ້າຍແຮງແລ້ວ ມັນຍັງສ້າງຄວາມສູນເສຍຕໍ່ອຸດສາຫະກຳການທ່ອງທ່ຽວ ການປະມົງ ແລະ ການເດີນທະເລມູນຄ່າມະຫາສານເຖິງ 1.300 ລ້ານໂດລາຕໍ່ປີ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...